ໃນຕອນເຊົ້າຂອງ ວັນທີ 1 ທັນວາ 2022 ເວລາ 7:45 ໂມງ ແຂວງ ເຊກອງໄດ້ ຈັດພິທີ ປາຖະກະຖາ ເພື່ອຫວນຄືນປະຫວັດຄວາມເປັນມາ ຂອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືວັນຊາດ 2 ທັນວາ ຄົບຮອບ 47 ປີ ແລະ ວັນຄາຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປະຊາຊົນລາວທັງຊາດ ຄົບຮອບ 102 ປີ. ພາຍໃຕ້ການໃຫ້ກຽດເປັນປະທານ ຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອາດິດກຳມະການກົມການເມືອງສູນກາງພັກ, ອາດິດຮອງນາຍົກລັດຖະມົນຕີ ແຫ່ງ ສປປລາວ, ມີທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາພັກແຂວງ ທັງເປັນເຈົ້າແຂວງເຊກອງ, ຄະນະບໍລິຫານງານພັກແຂວງ, ພະນັກງານອາວຸໂສບຳນານ, ສອງກຳລັງປະກອບອາວຸດ ພ້ອມດ້ວຍພະນັກງານພາຍໃນແຂວງເຊກອງເຂົ້າຮ່ວມທັງ ໝົດ 139 ທ່ານ, ຍິງ 58 ທ່ານ.
ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຫວນຄືນ ເຖິງປະຫວັດມູນເຊື້ອຄວາມພິລະອາດຫານ ເສຍສະຫຼະເລືອດເນື້ອຂອງຕົນເພື່ອຊາດ ເພື່ອການປະຕິວັດ ນຳໃຈຕໍ່ສູ້ ເດັດດ່ຽວບໍ່ຍອມຈຳນົນຕໍ່ສັດຕູ ຂອງຜູ້ນຳລາວກໍຄືປະຊາຊົນລາວບັນດາເຜົ່າ ໃນໄລຍະຕໍ່ສູ້ ປົດປ່ອຍຊາດ ເພື່ອຕ້ານການຮຸກຮານພວກລ່າເມືອງຂື້ນແບບເກົ່າ ແລະ ແບບໃໝ່ ຍ້ອນມີພັກນຳພາຈຶ່ງສາມາດຍາດໄດ້ໄຊຊະນະອັນຍິງໃຫຍ່ ນຳມາເຊິງຜົນສຳເລັດຂອງການຕໍ່ສູ້ອັນຍາວນານ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນ ວັນທີ 2 ທັນວາ 1975 ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນ ເປັນວັນທີ່ປ່ວງຊົນລາວທັງຊາດ ໄດ້ກ້າວເຂົ້າສູ່ການສ້າງສາ ແລະ ພັດທະນາປະເທດຊາດ.
ໃນໂອກາດອັນສະຫງ່າລາສີນີ້ ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ກ່າວລະນຶກເຖິງວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປ່ວງຊົນລາວທັງຊາດ ຄົບຮອບ 102 ປີ (13 ທັນວາ 1920-13 ທັນວາ 2022) ເພື່ອປູກຈິດສຳນຶກໃຫ້ ຄົນຮຸ້ນໃໝ່ໃຫ້ເຊື່ຶອມຊຶມເຖິງມູນເຊື້ອ ຄວາມພິລະອາດຫານເກັບເອົາ ແນວຄວາມຄິດຂອງປະທານ ໄກສອນ ພົມວິຫານ ມານຳໃຊ້ໃຫ້ເກີດປະໂຫຍດສູງສຸດ, ສຶກສາໃຫ້ພວກເຮົາມີນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ສືບທອດມູນເຊື້ອຄວາມອົດທົນຜ່ານຜ່າຕໍ່ຄວາມຫຍຸ້ງຍາກລຳບາກ ຄວາມເດັດດຽວໜຽວແໜ້ນ ຄວາມສາມັກຄີ ຂອງບັນດາຜູ້ນຳລາວໃນອະດິດ ເພື່ອນຳມາໝູນໃຊ້ໃນການພັດທະນາ ປະເທດຊາດໃຫ້ເກີດດອກອອກຜົນ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 5 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 19 |
![]() | ມື້ວານນີ້ | 53 |
![]() | ອາທິດນີ້ | 389 |
![]() | ເດືອນນີ້ | 725 |
![]() | ທັງໝົດ | 221146 |