• ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມ ປ
  • ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມ ປ
  • ຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸ
  • ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວ
  • ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່
  • ແຂວງເຊກອງ ເປີດຊຸດຝຶກອົບຮົມການເມືອງ
ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມ ປະເມີນຜົນງານ 1 ປີ 2023

ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມ ປະເມີນຜົນງານ 1 ປີ 2023

      ເວລາ 13:30 ໂມງ ຂອງວັນທີ 13 ພະຈິກ 2023 ຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະ...
ຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸມປະເມີນຜົນງານຂອງພະນັກງານ-ລັດຖະກອນ ປະຈຳປີ 2023

ຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸມປະເມີນຜົນງານຂອງພະນັກງານ-ລັດຖະກອນ ປະຈຳປີ 2023

    ວັນທີ 24-25 ຕຸລາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມ ປະເມີນຜົນງານ ...
ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ ເຊກອງ  ປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ I

ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ ເຊກອງ ປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ I

         ວັນທີ 4 ຕຸລາ 2023 ໂຮງຮຽນການເມືອງ-ການປົກຄອງແຂວງ ເຊກອງ ໄດ້...
ແຂວງເຊກອງ ເປີດຊຸດຝຶກອົບຮົມການເມືອງ-ແນວຄິດ  ໃຫ້ຄູ-ອາຈານ ສອນວິຊາສັງຄົມ-ການເມືອງ.

ແຂວງເຊກອງ ເປີດຊຸດຝຶກອົບຮົມການເມືອງ-ແນວຄິດ ໃຫ້ຄູ-ອາຈານ ສອນວິຊາສັງຄົມ-ການເມືອງ.

       ວັນທີ 6-7 ກັນຍາ 2023 ຢູ່ຫ້ອງປະຊຸມຂອງພະແນກສຶກສາທິການ ແລະ ກິລາແຂວ...
Previous
Next

ຂ່າວໃໝ່

ສ ພ ຂ ເຊກອງ ຖືສໍາຄັນວຽກງານການເມືອງນໍາພາ-ແນວຄິດ

       ວັນທີ 27/8/2019 ສະພາປະຊາຊົນແຂວງເຊກອງ ເປີດບັ້ນເຊື່ອມຊຶມ ມູນເຊື້ອຂອງຊາດ-ຂອງພັກ ພາຍໃນເດືອນສິງຫາ ຂຶ້ນທີ່ຫ້ອງປະຊຸມຂອງ ສ ພ ຂ; ພາຍໃຕ້ການ ເປັນປະທານ ຂອງທ່ານ ພອນເພັດ ຄິວລະວົງ ຮອງເລຂາພັກແຂວງ, ຫົວໜ້າ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 16 ປະທານສະພາປະຊາຊົນແຂວງ; ການເຊື່ອມຊຶມໄດ້ຈັດເປັນ 2 ຄາບ ລາຍລະອຽດດັ່ງລຸ່ມນີ້:

       ຄາບເຊົ້າ ດໍາເນີນການເຊື່ອມຊຶມ 4 ເນື້ອໃນເອກະສານສໍາຄັນຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບ ຮອບ 69 ປີ (13/8/1950-13/8/2019) ໃຫ້ກຽດສະເໜີໂດຍ ທ່ານ ນ. ບຸນຮຽງ ບຸນຈິດ ກໍາມະການພັກແຂວງ ປະທານແນວລາວສ້າງຊາດ ແຂວງ, ວັນສ້າງຕັ້ງອາຊຽນ ຄົບຮອບ 52 ປີ (8/8/1967-8/82019) ແລະ ວັນຄ້າຍວັນເກີດຂອງທ່ານ ຟີແດນ ກຼາສໂຕຣຸຊ ຄົບ ຮອບ 93 ປີ (13/8/1926-13/8/2019) ໃຫ້ກຽດສະເໜີໂດຍ ທ່ານ ດາວວີ ສວຍທະລັງສີ ກໍາມະການພັກແຂວງ ຫົວໜ້າຄະນະ ໂຄສະນາອົບຮົມແຂວງ, ວັນຢຶດອໍານາດທົ່ວປະເທດ 23 ສິງຫາ ຄົບຮອບ 74 ປີ ແລະ 44 ປີ (23/8/1945 ແລະ 23/8/1975-23/8/ 2019) ໃຫ້ກຽດສະເໜີໂດຍ ທ່ານພົນຈັດຕະວາ ສົມທອງ ດອນກັນນ້ອຍ ຄະນະປະຈໍາພັກແຂວງ ຫົວໜ້າການເມືອງ-ກອງບັນ ຊາການທະຫານແຂວງ; ໂດຍມີບັນດາ ຄະນະປະຈໍາ, ປະທານ-ຮອງປະທານ ກໍາມາທິການ, ເລຂາ-ຮອງເລຂາທິການ, ຕະຫຼອດ ຮອດສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

            ຄາບບ່າຍ ດໍາເນີນການເຊື່ອມຊຶມເອກະສານ ວັນປະກາດໃຊ້ລັດຖະທໍາມະນູນ ແຫ່ງ ສປປ ລາວຄົບຮອບ 28 ປີ (15/8/ 1991-15/8/2019) ໃຫ້ກຽດສະເໜີໂດຍ ທ່ານ ພອນເພັດ ຄິວລະວົງ ປະທານສະພາປະຊາຊົນແຂວງ, ມີພະນັກງານນໍາພາ-ຫຼັກ ແຫຼ່ງ ຈາກທຸກຂົງເຂດວຽກງານ ອົງການຈັດຕັ້ງຢູ່ອ້ອມຂ້າງແຂວງ ເຂົ້າຮ່ວມ; ຈຸດປະສົງກໍ ເພື່ອໂຄສະນາ ສຶກສາອົບຮົມ ການ ເມືອງນໍາພາ-ແນວຄິດ ໃຫ້ທົ່ວພັກທົ່ວລັດ ໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ເຖິງມູນເຊື້ອ ແລະ ຄວາມໝາຍຄວາມສໍາຄັນຂອງເຫດການ ປະຫວັດສາດດັ່ງກ່າວນັ້ນ, ເພື່ອນໍາໄປຜັນຂະຫຍາຍເຂົ້າໃສ່ ການປະຕິບັດໜ້າທີ່ວຽກງານ ທີ່ຂະແໜງການກົມ ກອງ ຂອງຕົນວາງອອກ ໃຫ້ປະກົດຜົນເປັນຈິງ; ອີກຢ່າງໜຶ່ງ ກໍ  ຖືເອົາໂອກາດນີ້ ປຸກລະດົມຂະບວນການ ຈັດຕັ້ງປະຕິບັດ ມະຕິ X ຂອງພັກ ແລະ ມະຕິ IX ໃນໄລຍະທ້າຍສະໄໝ, ການດໍາເນີນກອງປະຊຸມໃຫຍ່ຂອງພັກ 3 ຂັ້ນ ໃຫ້ມີບັນຍາກາດຟົດຟື້ນ ແຂງ ແຮງກວ່າເກົ່າ; ສ້າງລັດເຮົາ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ ແລະ ສ້າງພັກເຮົາ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ສາມາດກໍາອໍານາດໄດ້ຕະຫຼອດໄປ.

 

ຄໍາເຫັນຂອງ ທ່ານ ດາວວີ ສວຍທະລັງສີ ຫົວໜ້າ ຄອຂ ຕໍ່ເວັບໄຊສ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 44 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເບີໂທສຸກເສີນ

ແຈ້ງ​ໄຟ​ໄໝ້ : 1190

   ຕຳຫຼວດ : 1191

ລົດ​ໂຮງໝໍ : 1195

​     ໄຟຟ້າ : 1199

  ນ້ຳ​ປະປາ : 1169

ໜ່ວຍກູ້​ໄພ : 1624

ຈຳນວນຄົນອອນໄລ໌ທ

ມີ 5  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

244388
ມື້ນີ້ມື້ນີ້3
ມື້ວານນີ້ມື້ວານນີ້101
ອາທິດນີ້ອາທິດນີ້433
ເດືອນນີ້ເດືອນນີ້1010
ທັງໝົດທັງໝົດ244388