ໃນຕອນເຊົ້າວັນທີ 10/9/2019 ຢູ່ສະໂມສອນເມືອງທ່າແຕງ ໄດ້ຈັດກອງປະຊຸມສໍາມະນາ ລະດົມຄວາມຄິດເຫັນ ໃສ່ຮ່າງລາຍ ງານການເມືອງ ເພື່ອກະກຽມໃຫ້ແກ່ ການດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກເມືອງທ່າແຕງ ຄັ້ງທີ VI ; ໂດຍການເປັນ ປະ ທານ ຂອງທ່ານ ສົມເພັດ ເອີດລັດດາ ວ່າການເລຂາພັກເມືອງ-ເຈົ້າເມືອງທ່າແຕງ, ມີຄະນະຊີ້ນໍາຂັ້ນແຂວງ ເຂົ້າຮ່ວມຄື: ທ່ານ ປ.ອ ຄໍາພຽມ ບົວລະພາ ຮອງເລຂາພັກແຂວງ ຜູ້ຊີ້ນໍາຂົງເຂດພັກ-ພະນັກງານ, ທ່ານ ເຫຼັກໄຫຼ ສີວິໄລ ຄະນະປະຈໍາພັກແຂວງ - ຮອງເຈົ້າແຂວງ ຜູ້ຊີ້ນໍາຂົງເຂດເສດຖະກິດ, ຄະນະພະແນກ ອ້ອມຂ້າງແຂວງຈໍານວນໜຶ່ງ ຊຶ່ງລວມທັງ ທ່ານ ດາວວີ ສວຍທະ ລັງສີ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ຮັບກຽດເຊີນເຂົ້າຮ່ວມ ຄະນະພັກເມືອງ, ຫົວໜ້າ ຫ້ອງການ, ຕະຫຼອດຮອດຫົວໜ້າເຂດ ຈຸດສຸມກຸ່ມບ້ານພັດທະນາ ຂອງເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ລົດແກ້ວ ເພັງພູນສະຫວັດ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ ໄດ້ສະເໜີຜ່ານຮ່າງບົດ ລາຍງານການເມືອງທັງສອງພາກ; ຫຼັງຈາກນັ້ນຜູ້ເຂົ້າຮ່ວມ ກໍໄດ້ຜັດປ່ຽນກັນປະ ກອບຄໍາເຫັນເຂົ້າໃສ່ ຮ່າງບົດລາຍງານນັ້ນ ດ້ວຍບັນຍາກາດທີ່ສ້າງສັນ ຮັບປະກັນໄດ້ທັງເນື້ອໃນ ແລະຮູບການ; ເນື້ອໃນສໍາຄັນ ທີ່ຜູ້ແທນສ່ວນຫຼາຍມີຄວາມສົນໃຈ ຢາກ ໃຫ້ພາກສ່ວນກ່ຽວຂ້ອງ (ໂດຍສະເພາະອະ ນຸເນື້ອໃນ) ປັບປຸງຄືນໃໝ່ ເປັນຕົ້ນ: ການກໍານົດໂຄງຮ່າງຂອງບົດລາຍງານເມືອງ ຕ້ອງສ່ອງແສງໃຫ້ເຫັນຢ່າງເລິກເຊິ່ງ ເຖິງສະພາບຄວາມເປັນຈິງ ທີ່ເກີດຂຶ້ນຢູ່ທ້ອງຖິ່ນຕົນ, ເວົ້າແຈ້ງແມ່ນ ບໍ່ຢາກໃຫ້ລອກ ແບບເອົາຕາມໂຄງຮ່າງ ທີ່ສູນກາງສ້າງຂຶ້ນນັ້ນ ເພາະມັນກວມລວມທົ່ວປະເທດ; ກ່ຽວກັບການກໍານົດທິດທາງໜ້າທີ່ຈຸດສຸມ ໃນການພັດທະນາ ເສດຖະກິດ-ສັງຄົມນັ້ນ ຕ້ອງໃຫ້ສອດຄ່ອງກັບວິໃສທັດ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ຂອງ ລັດ; ໂດຍອີງໃສ່ທ່າແຮງບົ່ມຊ້ອນ ແລະ ຄວາມສາມາດປະຕິບັດຂອງທ້ອງຖິ່ນ ເປັນອັນຕັດສິນ; ມີບາງເນື້ອ ໃນບໍ່ສອດຄ່ອງ ກັບສະພາບເງື່ອນໄຂຈຸດພິເສດ ຂອງທ້ອງຖິ່ນ ຫຼັງຈາກນັ້ນ ຄະນະຊີ້ນໍາຂັ້ນແຂວງ ກໍໄດ້ສະຫຼຸບ-ສັງລວມຄວາມຄິດເຫັນຂອງຜູ້ ແທນ, ພ້ອມທັງສະເໜີໃຫ້ອະນຸເນື້ອໃນ ປັບປຸງຄືນຕາມຄໍາຄິດເຫັນທີ່ຜູ້ແທນສະເໜີ ເພື່ອໃຫ້ບົດມີເນື້ອໃນຄົບຖ້ວນສົມບູນ ຮັບປະກັນໃຫ້ກອງປະໃຫຍ່ຂອງ ອົງຄະນະພັກເມືອງ ໄດ້ດໍາເນີນທັນຕາມ ກໍານົດເວລາທີ່ກໍານົດໄວ້.
ກອງປະຊຸມ ໄດ້ດໍາເນີນໄປເປັນເວລາໜຶ່ງມື້ເຕັມ ແລະ ສໍາເລັດລົງດ້ວຍໝາກຜົນອັນຈົບງາມ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 5 |
![]() | ມື້ວານນີ້ | 101 |
![]() | ອາທິດນີ້ | 435 |
![]() | ເດືອນນີ້ | 1012 |
![]() | ທັງໝົດ | 244390 |