• ໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມ
  • ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່
  • ຫົວໜ້າຄະນະໂຄສະນາອົບຮົມແຂວງເຂົ້າຮ່
  • ຄະນະໂຄສະນາອົບຮົມແຂວງ ເປິດຝຶກອົບຮົມ
  • ຄະນະໂຄສະນາອົບຮົມແຂວງເປີດກອງປະຊຸມປ
  • ຄະນະບັນນາທິການວາລະສານໂຄສະນາ ໄດ້ລົງ
ຄະນະໂຄສະນາອົບຮົມແຂວງ ເປິດຝຶກອົບຮົມໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ

ຄະນະໂຄສະນາອົບຮົມແຂວງ ເປິດຝຶກອົບຮົມໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ

ຄະນະໂຄສະນາອົບຮົມແຂວງ ໄດ້ເປິດຝຶກອົບຮົມໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ XXI...
ຄະນະໂຄສະນາອົບຮົມແຂວງເປີດກອງປະຊຸມປະເມີນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ປະຈໍາປີ 2022

ຄະນະໂຄສະນາອົບຮົມແຂວງເປີດກອງປະຊຸມປະເມີນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ປະຈໍາປີ 2022

         ຄະນະໂຄສະນາອົບຮົມແຂວງ ໄດ້ເປີດກອງປະຊຸມປະເມີນແຜນກຳນົດພະນັກງ...
Previous
Next

ຂ່າວໃໝ່

ຫົວໜ້າຄອຂເຂົ້າຮ່ວມກອງປະຊຸມສໍາມະນາທີ່ເມືອງທ່າແຕງ

    ໃນຕອນເຊົ້າວັນທີ 10/9/2019 ຢູ່ສະໂມສອນເມືອງທ່າແຕງ ໄດ້ຈັດກອງປະຊຸມສໍາມະນາ ລະດົມຄວາມຄິດເຫັນ ໃສ່ຮ່າງລາຍ ງານການເມືອງ ເພື່ອກະກຽມໃຫ້ແກ່ ການດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກເມືອງທ່າແຕງ ຄັ້ງທີ VI ; ໂດຍການເປັນ ປະ ທານ ຂອງທ່ານ ສົມເພັດ ເອີດລັດດາ ວ່າການເລຂາພັກເມືອງ-ເຈົ້າເມືອງທ່າແຕງ, ມີຄະນະຊີ້ນໍາຂັ້ນແຂວງ ເຂົ້າຮ່ວມຄື: ທ່ານ ປ.ອ ຄໍາພຽມ ບົວລະພາ ຮອງເລຂາພັກແຂວງ ຜູ້ຊີ້ນໍາຂົງເຂດພັກ-ພະນັກງານ, ທ່ານ ເຫຼັກໄຫຼ ສີວິໄລ ຄະນະປະຈໍາພັກແຂວງ - ຮອງເຈົ້າແຂວງ ຜູ້ຊີ້ນໍາຂົງເຂດເສດຖະກິດ, ຄະນະພະແນກ ອ້ອມຂ້າງແຂວງຈໍານວນໜຶ່ງ ຊຶ່ງລວມທັງ ທ່ານ ດາວວີ ສວຍທະ ລັງສີ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ຮັບກຽດເຊີນເຂົ້າຮ່ວມ ຄະນະພັກເມືອງ, ຫົວໜ້າ ຫ້ອງການ, ຕະຫຼອດຮອດຫົວໜ້າເຂດ ຈຸດສຸມກຸ່ມບ້ານພັດທະນາ ຂອງເມືອງເຂົ້າຮ່ວມຢ່າງພ້ອມພຽງ.

      ໃນພິທີ ທ່ານ ລົດແກ້ວ ເພັງພູນສະຫວັດ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ ໄດ້ສະເໜີຜ່ານຮ່າງບົດ ລາຍງານການເມືອງທັງສອງພາກ; ຫຼັງຈາກນັ້ນຜູ້ເຂົ້າຮ່ວມ ກໍໄດ້ຜັດປ່ຽນກັນປະ ກອບຄໍາເຫັນເຂົ້າໃສ່ ຮ່າງບົດລາຍງານນັ້ນ ດ້ວຍບັນຍາກາດທີ່ສ້າງສັນ ຮັບປະກັນໄດ້ທັງເນື້ອໃນ ແລະຮູບການ; ເນື້ອໃນສໍາຄັນ ທີ່ຜູ້ແທນສ່ວນຫຼາຍມີຄວາມສົນໃຈ ຢາກ ໃຫ້ພາກສ່ວນກ່ຽວຂ້ອງ (ໂດຍສະເພາະອະ ນຸເນື້ອໃນ) ປັບປຸງຄືນໃໝ່ ເປັນຕົ້ນ: ການກໍານົດໂຄງຮ່າງຂອງບົດລາຍງານເມືອງ ຕ້ອງສ່ອງແສງໃຫ້ເຫັນຢ່າງເລິກເຊິ່ງ ເຖິງສະພາບຄວາມເປັນຈິງ ທີ່ເກີດຂຶ້ນຢູ່ທ້ອງຖິ່ນຕົນ, ເວົ້າແຈ້ງແມ່ນ ບໍ່ຢາກໃຫ້ລອກ ແບບເອົາຕາມໂຄງຮ່າງ ທີ່ສູນກາງສ້າງຂຶ້ນນັ້ນ ເພາະມັນກວມລວມທົ່ວປະເທດ; ກ່ຽວກັບການກໍານົດທິດທາງໜ້າທີ່ຈຸດສຸມ ໃນການພັດທະນາ ເສດຖະກິດ-ສັງຄົມນັ້ນ ຕ້ອງໃຫ້ສອດຄ່ອງກັບວິໃສທັດ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ຂອງ ລັດ; ໂດຍອີງໃສ່ທ່າແຮງບົ່ມຊ້ອນ ແລະ ຄວາມສາມາດປະຕິບັດຂອງທ້ອງຖິ່ນ ເປັນອັນຕັດສິນ; ມີບາງເນື້ອ ໃນບໍ່ສອດຄ່ອງ ກັບສະພາບເງື່ອນໄຂຈຸດພິເສດ ຂອງທ້ອງຖິ່ນ ຫຼັງຈາກນັ້ນ ຄະນະຊີ້ນໍາຂັ້ນແຂວງ ກໍໄດ້ສະຫຼຸບ-ສັງລວມຄວາມຄິດເຫັນຂອງຜູ້ ແທນ, ພ້ອມທັງສະເໜີໃຫ້ອະນຸເນື້ອໃນ ປັບປຸງຄືນຕາມຄໍາຄິດເຫັນທີ່ຜູ້ແທນສະເໜີ ເພື່ອໃຫ້ບົດມີເນື້ອໃນຄົບຖ້ວນສົມບູນ ຮັບປະກັນໃຫ້ກອງປະໃຫຍ່ຂອງ ອົງຄະນະພັກເມືອງ ໄດ້ດໍາເນີນທັນຕາມ ກໍານົດເວລາທີ່ກໍານົດໄວ້.

                          ກອງປະຊຸມ ໄດ້ດໍາເນີນໄປເປັນເວລາໜຶ່ງມື້ເຕັມ ແລະ ສໍາເລັດລົງດ້ວຍໝາກຜົນອັນຈົບງາມ.

ຄໍາເຫັນຂອງ ທ່ານ ດາວວີ ສວຍທະລັງສີ ຫົວໜ້າ ຄອຂ ຕໍ່ເວັບໄຊສ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 44 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເບີໂທສຸກເສີນ

ແຈ້ງ​ໄຟ​ໄໝ້ : 1190

   ຕຳຫຼວດ : 1191

ລົດ​ໂຮງໝໍ : 1195

​     ໄຟຟ້າ : 1199

  ນ້ຳ​ປະປາ : 1169

ໜ່ວຍກູ້​ໄພ : 1624

ຈຳນວນຄົນອອນໄລ໌ທ

ມີ 8  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

214025
ມື້ນີ້ມື້ນີ້75
ມື້ວານນີ້ມື້ວານນີ້95
ອາທິດນີ້ອາທິດນີ້346
ເດືອນນີ້ເດືອນນີ້2506
ທັງໝົດທັງໝົດ214025