• ແຂວງເຊກອງ ເປີດຊຸດຮຽນທິດສະດີການເມືອ
  • ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່
  • ແຂວງເຊກອງ ເປີດຊຸດຝຶກອົບຮົມການເມືອງ
  • ຄະນະໂຄສະນາອົບຮົມແຂວງ ປາຖະກະຖາ ວັນສ
  • ແຂວງເຊກອງ ເຊື່ອມຊຶມມະຕິກອງປະຊຸມຄົບ
  • ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມກອງປ
ແຂວງເຊກອງ ເປີດຊຸດຮຽນທິດສະດີການເມືອງ ລະບົບຂັ້ນຕົ້ນ ຮຸ່ນທີ II ປະຈຳປີ 2023

ແຂວງເຊກອງ ເປີດຊຸດຮຽນທິດສະດີການເມືອງ ລະບົບຂັ້ນຕົ້ນ ຮຸ່ນທີ II ປະຈຳປີ 2023

       ໃນຕອນເຊົ້າ ຂອງວັນທີ 12 ກັນຍາ 2023 ເວລາ 8:30 ໂມງ ທ່ານ ນາງ ສີສະຫງ...
ແຂວງເຊກອງ ເປີດຊຸດຝຶກອົບຮົມການເມືອງ-ແນວຄິດ  ໃຫ້ຄູ-ອາຈານ ສອນວິຊາສັງຄົມ-ການເມືອງ.

ແຂວງເຊກອງ ເປີດຊຸດຝຶກອົບຮົມການເມືອງ-ແນວຄິດ ໃຫ້ຄູ-ອາຈານ ສອນວິຊາສັງຄົມ-ການເມືອງ.

       ວັນທີ 6-7 ກັນຍາ 2023 ຢູ່ຫ້ອງປະຊຸມຂອງພະແນກສຶກສາທິການ ແລະ ກິລາແຂວ...
 

ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວ ວຽກງານໂຄສະນາ ຜ່ານສື່ເອເລັກໂຕຼນິກປະຈຳໄຕມາດ II

      ກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັ...
Previous
Next

ຂ່າວໃໝ່

ພິທີມອບ-ຮັບ ໜ້າທີ່ ຫົວໜ້າຄະນະໂຄສະນາອົບຮົມ ແຂວງ ເຊກອງ

      ໃນວັນທີ 8/10/2020 ຜ່ານມາ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ລະຫວ່າງ ທ່ານ ດາວວີ ສວຍທະລັງສີ ກໍາມະການພັກແຂວງ ອາດີດ ຫົວໜ້າຄະນະໂຄສະນາອົບຮົມແຂວງ ກັບ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການພັກແຂວງ ອາດີດຫົວໜ້າຄະນະຈັດຕັ້ງແຂວງ. ມາຮັບໜ້າທີ່ເປັນ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ຈັນຫອມ ມະຫາໄຊ ຄະນະປະຈໍາພັກແຂວງ, ຮອງເລຂາພັກແຂວງ, ມີແຂກຖຶກເຊີນຈາກພະແນກການອ້ອມຂ້າງແຂວງ(ຂົງເຂດພັກ-ພະນັກງານ) ພ້ອມດ້ວຍພະນັກງານລັດຖະກອນ ຂອງ ຄະນະໂຄສະນາອົບຮົມແຂວງທັງໝົດ.

           ໂອກາດນີ້ ທ່ານ ດາວວີ ສວຍທະລັງສີ ໄດ້ຜ່ານບົດລາຍງານໂດຍຫຍໍ້ ຜົນງານ ການເຄື່ອນໄຫວຕະຫຼອດໄລຍະ 5 ປີ ທີ່ຜ່ານມາທີ່ໄດ້ຊີ້ນໍາ-ນໍາພາ ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ, ສຶກສາອົບຮົມຈັດຕັ້ງ ຜັນຂະຫຍາຍບັນດາມະຕິຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດ ໂດຍສະເພາະມະຕິກອງປະຊຸມຄັ້ງທີ 9,10 ຂອງແຂວງ ມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ 5 ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ດ້ວຍຫຼາຍຮູບການ, ເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໄດ້ມີຄວາມຮັບຮູ້, ຕື່ນຕົວທາງດ້ານການເມືອງຫຼາຍຂື້ນກວ່າເກົ່າ ແລະ ຜົນສຳເລັດຫຼາຍດ້ານ.

         ຫຼັງຈາກນັ້ນ, ທ່ານ ນາງ ຈັນຫອມ ມະຫາໄຊ ກໍໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ເພື່ອເປັນເຂັມຊີ້ທິດເຍືອງທາງ, ໂດຍສະເພາະແມ່ນເນັ້ນໜັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ໃໝ່ ໃຫ້ເອົາໃຈໃສ່ຊີ້ນໍາ-ນໍາພາ ວຽກງານໂຄສະນາໃຫ້ພົ້ນເດັ່ນຂື້ນກວ່າເກົ່າ ນໍາເອົາເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາເປັນສ່ວນໜຶ່ງໃນການເຜີຍແຜ່ວຽກງານໂຄສະນາ ໃຫ້ກ້ວາງຂວາງ ແລະ  ເຂົ້າເຖິງ ພະ ນັກງານ, ສະມາຊິກພັກ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມ ແນວ ທາງນະໂຍບາຍຂອງພັກທີ່ໄດ້ວາງອອກຢ່າງຖຶກຕ້ອງ.

 

ຄໍາເຫັນຂອງ ທ່ານ ດາວວີ ສວຍທະລັງສີ ຫົວໜ້າ ຄອຂ ຕໍ່ເວັບໄຊສ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 44 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເບີໂທສຸກເສີນ

ແຈ້ງ​ໄຟ​ໄໝ້ : 1190

   ຕຳຫຼວດ : 1191

ລົດ​ໂຮງໝໍ : 1195

​     ໄຟຟ້າ : 1199

  ນ້ຳ​ປະປາ : 1169

ໜ່ວຍກູ້​ໄພ : 1624

ຈຳນວນຄົນອອນໄລ໌ທ

ມີ 3  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

232642
ມື້ນີ້ມື້ນີ້123
ມື້ວານນີ້ມື້ວານນີ້140
ອາທິດນີ້ອາທິດນີ້896
ເດືອນນີ້ເດືອນນີ້3162
ທັງໝົດທັງໝົດ232642