ຕອນເຊົ້າວັນທີ 31/12/2020 ຜ່ານມາ ທີ່ຫ້ອງປະຊຸມຊັ້ນ 3 (ຕຶກຫ້ອງວ່າການຫຼັງເກົ່າ) ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີເຜີຍແຜ່ ເຊື່ອມຊຶມເອກະສານກ່ຽວກັບການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ໂດຍການເປັນປະທານຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະພັກ ຕະຫຼອດຮອດສະມາຊິກພັກ ພະນັກງານລັດຖະກອນ ພາຍໃນກົມກອງເຂົ້າຮ່ວມ.
ເນື້ອໃນທີ່ນໍາມາເຜີຍແຜ່ເຊື່ອມຊຶມ ປະກອບດ້ວຍ 4 ເອກະສານສໍາຄັນ ຄື:
1. ມະຕິຂອງກົມການສູນກາງພັກ ເລກທີ 118/ກມສພ, ລົງວັນທີ 7/9/2020 ວ່າດ້ວຍເພີ່ມທະວີ ການຊີ້ນໍາຂອງພັກ ຕໍ່ການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II
2. ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ເຂົ້າໃນການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II
3. ການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II
ທັງສາມເນື້ອໃນເອກະສານ ສະເໜີໂດຍ: ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການພັກແຂວງ ເລຂາ ໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ.
4. ເອກະສານ ຖາມ-ຕອບກ່ຽວກັບ ສພຊ ແລະ ສພຂ ສະເໜີໂດຍ: ທ່ານ ສຸລິຍາ ທໍາມະວົງສາ ວິຊາການ.
ຈຸດປະສົງ ກໍເພື່ອສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກຂອງຕົນ ຮັບຮູ້ ເຂົ້າໃຈກ່ຽວກັບການຈັດຕັ້ງ ແລະ ເຄື່ອນໄຫວຂອງ ສພຊ ແລະ ສພຂ, ການເລືອກຕັ້ງ ສສຊ ແລະ ສສຂ, ສິດ ແລະ ພັນທະຂອງພົນລະເມືອງ; ບົນພື້ນຄວາມຮັບຮູ້ທັງໝົດນັ້ນ ກໍພ້ອມກັນເປັນເຈົ້າການ ປະຕິບັດສິດ ແລະ ພັນທະຂອງພົນລະເມືອງລາວ ໃນລະບອບປະຊາທິປະໄຕ ປະຊາຊົນ, ເຮັດໃຫ້ການເລືອກຕັ້ງເອົາຕົວແທນ ແຫ່ງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ ບັນລຸຜົນສໍາເລັດຕາມຄາດໝາຍ ຫຼື ມີບາງດ້ານລື່ນຄາດໝາຍ; ທັງເປັນພື້ນຖານທີ່ສໍາຄັນໃຫ້ແກ່ການສ້າງ ແລະ ປັບປຸງລັດເຮົາ ໃຫ້ກາຍເປັນລັດຂອງປະຊາຊົນ ໂດຍປະຊາຊົນ ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ເປັນລັດທີ່ປົກຄອງດ້ວຍກົດໝາຍ ຢ່າງແທ້ຈິງ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 3 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 98 |
![]() | ມື້ວານນີ້ | 90 |
![]() | ອາທິດນີ້ | 427 |
![]() | ເດືອນນີ້ | 1004 |
![]() | ທັງໝົດ | 244382 |