• ໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມ
  • ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່
  • ຫົວໜ້າຄະນະໂຄສະນາອົບຮົມແຂວງເຂົ້າຮ່
  • ຄະນະໂຄສະນາອົບຮົມແຂວງ ເປິດຝຶກອົບຮົມ
  • ຄະນະໂຄສະນາອົບຮົມແຂວງເປີດກອງປະຊຸມປ
  • ຄະນະບັນນາທິການວາລະສານໂຄສະນາ ໄດ້ລົງ
ຄະນະໂຄສະນາອົບຮົມແຂວງ ເປິດຝຶກອົບຮົມໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ

ຄະນະໂຄສະນາອົບຮົມແຂວງ ເປິດຝຶກອົບຮົມໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ

ຄະນະໂຄສະນາອົບຮົມແຂວງ ໄດ້ເປິດຝຶກອົບຮົມໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ XXI...
ຄະນະໂຄສະນາອົບຮົມແຂວງເປີດກອງປະຊຸມປະເມີນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ປະຈໍາປີ 2022

ຄະນະໂຄສະນາອົບຮົມແຂວງເປີດກອງປະຊຸມປະເມີນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ປະຈໍາປີ 2022

         ຄະນະໂຄສະນາອົບຮົມແຂວງ ໄດ້ເປີດກອງປະຊຸມປະເມີນແຜນກຳນົດພະນັກງ...
Previous
Next

ຂ່າວໃໝ່

ຫົວໜ້າ ຄ ອ ຂ ເນັ້ນໜັກໃຫ້ ໂຄສະນາອົບຮົມເມືອງດາກຈຶງເອົາໃຈໃສ່ 5 ບັນຫາສໍາຄັນ

            ໂອກາດເຂົ້າຮ່ວມກອງປະຊຸມ ສະຫຼຸບຕີລາຄາວຽກງານໂຄສະນາອົບຮົມ ທົ່ວເມືອງດາກຈຶງ ປະຈໍາປີ 2020ແລະ ທິດທາງແຜນການປີ 2021, ເຊິ່ງໄດ້ຈັດຂຶ້ນໃນວັນທີ 16 ມີນາ 2021 ທີ່ສະໂມສອນ ຫ້ອງວ່າການເມືອງ ດາກຈຶງ, ພາຍໃຕ້ການເປັນປະ ທານຂອງ ທ່ານ ແສນວັນ ເມີນທະນົງຮັກ ຫົວໜ້າໂຄສະນາອົບຮົມເມືອງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອຸ່ນຄໍາ ຫຼ້າທະຈັກ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ປະທານແນວລາວສ້າງຊາດເມືອງ, ມີຫົວໜ້າໂຄສະນາອົບຮົມເມືອງກະລຶມ, ບັນດາຫົວໜ້າ-ຮອງຫ້ອງການອ້ອມຂ້າງເມືອງ, ຕະຫຼອດຮອດເລຂາໜ່ວຍພັກ-ນາຍບ້ານເທດສະບານເຂົ້າຮ່ວມ

 

             ໃນພິທີອັນມີຄວາມໝາຍສໍາຄັນນີ້ ທ່ານ ນ. ສີສະຫງ່າ ແກ້ວດວງດີ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ໃຫ້ມີຄໍາເຫັນໂອ້ລົມ ເພື່ອເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ຜູ້ແທນກອງປະຊຸມ, ເຊິ່ງກ່ອນອື່ນ ທ່ານໄດ້ສະ ແດງຄວາມຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ເຂົ້າຮ່ວມກອງປະຊຸມສໍາຄັນຄັ້ງນີ້, ມີຄວາມເຫັນດີເປັນເອກະພາບ ແລະ ຕີລາຄາສູງ ຕໍ່ຜົນງານທີ່ຍາດມາໄດ້ ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ ບັນຫາສໍາຄັນດັ່ງນີ້:

1. ເພີ່ມທະວີການຊີ້ນໍາ-ນໍາພາຂອງຄະນະພັກ ຕໍ່ວຽກງານໂຄສະນາ ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ແທດເຖິງ ຮາກຖານການຜະລິດຂອງປະຊາຊົນ ດ້ວຍຮູບການຕ່າງໆ, ດໍາເນີນການໂຄສະນາປາຖະກະຖາ ສຶກສາອົບຮົມມູນເຊື້ອຂອງຊາດ, ຂອງພັກ ແລະ ຮໍ່າຮຽນເອົາແບບຢ່າງຄຸນສົມບັດ ສິນທໍາປະຕິວັດຂອງບັນດາທ່ານຜູ້ນໍາເຮົາ ເຂົ້າໃນການຝຶກຝົນຫຼໍ່ຫຼອມຕົນເອງ ຂອງພະນັກງານສະມາຊິກພັກ ໃຫ້ມີທັດສະນະຫຼັກໝັ້ນ  ຄຸນທາດການ ເມືອງໜັກແໜ້ນ, ຖືວຽກງານນີ້ ເປັນກົກ ທີ່ຕ້ອງເຮັດກ່ອນ ແລະ ຕໍ່ເນື່ອງ ທັງສອດຫ້ອຍເຂົ້າທຸກຂົງເຂດວຽກງານ ແລະ ຊີວິດສັງຄົມ.

2. ສືບຕໍ່ປັບປຸງແກ້ໄຂ ລະບອບແບບແຜນ ວິທີເຮັດວຽກເປັນໝູ່ຄະນະ ແບ່ງງານໃຫ້ບຸກຄົນຮັບຜິດຊອບ ໃຫ້ລະອຽດຈະແຈ້ງກວ່າເກົ່າ, ເລືອກເຟັ້ນສັບຊ້ອນພະນັກງານ ເຂົ້າໃສ່ຕໍາແໜ່ງານໃຫ້ສອດຄ່ອງ ກັບຄວາມຮູ້ຄວາມສາມາດ, ສ້າງກົນໄກນະໂຍ ບາຍທີ່ເໝາະສົມ ໃຫ້ພະນັກງານໄດ້ ນໍາໃຊ້ຄວາມສາມາດຂອງເຂົາເຈົ້້າ ຢ່າງເຕັມປ່ຽມ.

3. ເປັນເຈົ້າການປະສານສົມທົບ ກັບສາຍຕັ້ງ-ສາຍຂວາງ, ອົງການທີ່ເຮັດວຽກງານການເມືອງ-ແນວຄິດ ບັນດາອົງການຈັດຕັ້ງທຸກພາກສ່ວນ ແລະ ເພື່ອນຮ່ວມງານ; ເພື່ອຮັບປະກັນໃຫ້ ການພົວພັນວຽກງານ ມີຄວາມສະດວກວ່ອງໄວ ເປັນກະບອກສຽງອັນແຫຼມຄົມ ຮັບໃຊ້ໃຫ້ແກ່ພາລະກິດຂອງພັກ ກໍຄື ຄະນະພັກແຕ່ລະຂັ້ນ ຢ່າງສໍາເລັດຜົນ.

4. ເພີ່ມຕາໜ່າງ ເພື່ອນຮ່ວມງານ ໃນການຕິດຕາມ ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ, ຖ້ອຍທໍານອງໂຄສະນາບິດເບືອນ ຜ່ານສື່ສັງຄົມອອນໄລນ໌ ການໃສ່ຮ້າຍປ້າຍສີ ຂອງອິດທິກໍາລັງປໍລະປັກ ແລະ ພວກຄົນບໍ່ດີ ເພື່ອສ່ອງແສງລາຍງານ ໃຫ້ຄະນະພັກຂັ້ນເທິງຮັບຊາບເປັນປົກກະຕິ, ພ້ອມທັງຊອກວິທີແກ້ໄຂ ບັນຫາທີ່ສັງຄົມຕັ້ງຂຶ້ນ ໃຫ້ໄດ້ຢ່າງທັນການ.

5. ເພີ່ມທະວີ ຄວາມສາມັກຄີພາຍໃນ ໃຫ້ເປັນປຶກແຜ່ນແໜ້ນໜາ ຖືເອົາຄວາມສາມັກຄີ ເປັນບໍ່ເກີດແຫ່ງຄວາມສໍາເລັດ, ເປັນປັດໃຈຕັດສິນໄຊຊະນະ ຂອງການປະຕິບັດໜ້າທີ່ວຽກງານ.

ຄໍາເຫັນຂອງ ທ່ານ ດາວວີ ສວຍທະລັງສີ ຫົວໜ້າ ຄອຂ ຕໍ່ເວັບໄຊສ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 44 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເບີໂທສຸກເສີນ

ແຈ້ງ​ໄຟ​ໄໝ້ : 1190

   ຕຳຫຼວດ : 1191

ລົດ​ໂຮງໝໍ : 1195

​     ໄຟຟ້າ : 1199

  ນ້ຳ​ປະປາ : 1169

ໜ່ວຍກູ້​ໄພ : 1624

ຈຳນວນຄົນອອນໄລ໌ທ

ມີ 5  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

214023
ມື້ນີ້ມື້ນີ້73
ມື້ວານນີ້ມື້ວານນີ້95
ອາທິດນີ້ອາທິດນີ້344
ເດືອນນີ້ເດືອນນີ້2504
ທັງໝົດທັງໝົດ214023