ທ່ານ ແສງຄຳ ສຸວັນແດງ ຄະນະໂຄສະນາອົບຮົມແຂວງ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານເປີດກວ້າງກາງສະໄໝທີ VI ຂອງອົງຄະນະພັກເມືອງທ່າແຕງ, ເຊິ່ງໄດ້ໄຂຂຶ້ນໃນເວລາ 08:00 ໂມງ ເຊົ້າຂອງວັນທີ 20 ກັນຍາ 2022. ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ບຸນຮຽງ ບຸນຈິດ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ແລະ ທ່ານ ສົມເພັດ ເອີດລັດດາ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ເມືອງທ່າແຕງ ພ້ອມດ້ວຍບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ, 6 ເຂດຈຸດສຸມພັດທະນາ, ພະນັກງານອາວຸໂສບຳນານ ແລະ ເລຂາຄະນະພັກຮາກຖານ 47 ບ້ານພາຍໃນເມືອງທ່າແຕງເຂົ້າຮ່ວມ.
ໃນກອງປະຊຸມດັ່ງກ່າວ ທ່ານ ແສງລາຕີ ຫຼອມຍະເດດ ຮອງເລຂາພັກເມືອງ ໄດ້ຜ່ານຮ່າງບົດສະຫລຸບ ນຳພາ-ຊີ້ນຳ 6 ເດືອນຕົ້ນປີ 2022 ແລະທິດທາງສືບຕໍ່ 6 ເດືອນທ້າຍປີ 2022, ທ່ານ ສຸພົນ ໄຊສະຫງ່າ ຮອງເຈົ້າເມືອງ ໄດ້ຜ່ານຮ່າງບົດສະຫຼຸບແຜນພັດທະນາເສດຖະກິດ 6 ເດືອນຕົ້ນປີ 2022 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022, ທ່ານ ລົດແກ້ວ ເພັງພູນສະຫວັດ ຮອງເລຂາພັກເມືອງ ໄດ້ຜ່ານຮ່າງ ບົດສະຫຼຸບນໍາພາ-ຊີ້ນຳໄລຍະເຄິ່ງສະໄໝ ແຕ່ປີ 2020-ເດືອນ ພຶດສະພາ 2022 ແລະ ທິດທາງສືບຕໍ່ຮອດປີ 2024, ທ່ານ ແສງສຸບັນ ໄຊສະຫວັນ ຄະນະປະຈຳ ພັກເມືອງ ຮອງເຈົ້າເມືອງ ໄດ້ຜ່ານຮ່າງບົດສະຫຼຸບແຜນພັດທະນາເສດຖະກິດ-ສັງຄົມເຄິ່ງສະໄໝ ແຕ່ປີ 2020 ເດືອນ ພຶດສະພາ 2022 ແລະ ທິດທາງປີ 2024.
ໃນໂອກາດນີ້ ທ່ານ ສົມເພັດ ເອີດລັດດາ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງທ່າແຕງ ໄດ້ມີຄຳເຫັນເຈາະຈີ້ມໃນການປະກອບ ຮ່າງບົດສະຫຼຸບ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ບັນລຸຕາມຄາດໝາຍທີ່ກຳນົດໄວ້, ໃຫ້ເພີ່ມທະວີການນຳພາຂອງອົງຄະນະພັກໃນການສ້າງເມືອງທີ່ມີລະບົບການເມືອງທີ່ເຂັ້ມແຂງ, ເປັນແຫຼ່ງຜະລິດກະສິກຳທີ່ ສະອາດ, ປອດສານພິດ, ໃຫ້ຢຸດຕິການຖາງປ່າເລື່ອນລອຍ ສ້າງເມືອງໃຫ້ກາຍເປັນເມືອງສີຂຽວ ແລະ ເປັນແຫຼ່ງທ່ອງທ່ຽວທາງລະບົບນິເວດ.
ກອງປະຊຸມໄດ້ດໍາເນີນໄປເປັນເວລາ 2 ວັນເຕັມ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 75 |
![]() | ມື້ວານນີ້ | 95 |
![]() | ອາທິດນີ້ | 346 |
![]() | ເດືອນນີ້ | 2506 |
![]() | ທັງໝົດ | 214025 |