ໃນຕອນເຊົ້າຂອງວັນທີ 27 ກັນຍາ 2022 ເວລາ 08:30 ໂມງ. ຄະນະບໍລິຫານງານຊາວໜຸ່ມ ແຂວງເຊກອງ ໄດ້ເຄື່ອນໄຫວພົບປະ ແລະ ເຮັດວຽກ ຮ່ວມກັບຄະນະໜ່ວຍຮາກຖານຊາວໜຸ່ມຄະນະໂຄສະອົບຮົມແຂວງເຊກອງ ໃຫ້ກຽດເຂົ້າຮ່ວມໃນຄັ້ງນີ້ມີ: ທ່ານ ແສງໂນພາ ມິກດາວົງ ຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ທ່ານ ບຸນທັນ ແກ້ວມະນີໄລ ຄະນະໂຄສະນາອົບຮົມ ແຂວງ.
ທ່ານ ສີພາ ດັນປັນຍາ ເລຂາໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົມຮົມແຂວງ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດ ວຽກງານໃນໄລຍະ ຜ່ານມາ ຈາກນັ້ນ ທ່ານນາງ ໜູໃຜ ດາລາແສງ ຮອງຂະແໜງກວດກາ ຂອງຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ອະທິບາຍເນື້ອໃນເອກະສານການປະເມີນຂໍ້ແຂ່ງຂັນ 4 ບຸກ.
ໃນໂອກາດນີ້ທ່ານ ບຸນທັນ ແກ້ວມະນີໄລ ໄດ້ມີຄໍາເຫັນຕໍ່ ຄະນະໜ່ວຍຊາວໜຸ່ມຮາກຖານ ຄະນະໂຄສະນາແມ່ນໄດ້ປະຕິບັດ ຕາມຂໍ້ແຂ່ງຂັນໄດ້ເປັນຢ່າງດີ, ສະມາຊິກ ແຕ່ລະຄົນ ມີຄວາມຫ້າວຫັ້ນພັດທະນາຕົນເອງ ແລະ ຄອບຄົວ ຢ່າງພົ້ນເດັນ. ນອກຈາກນີ້ ທ່ານຍັງໄດ້ເນັ້ນໜັກໃນການເກັບເງິນ ສະຕິບຳລຸງໜ່ວຍ ເພື່ອສົ່ງໃຫ້ ຄະນະບໍລິຫານງານຊາວໜຸ່ມໃຫ້ທ່ວງທັນຕາມກຳນົດເວລາ.
ທ່ານ ແສງໂນພາ ມິກດາວົງ ໄດ້ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມໜ່ວຍຮາກຖານ ຄະນະໂຄສະນາອົບຮົມແຂວງ ໃຫ້ເອົາໃຈໃສ່ຕໍ່ວຽກງານດັ່ງນີ້:
ການເຮັດວຽກຮ່ວມໃນຄັ້ງນີ້ຂອງຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ຄະນະໂຄສະນາອົບຮົມແຂວງ ໄດ້ດຳເນີນມາຮອດເວລາ 11:30 ໂມງ ແລະ ໄດ້ສຳເລັດລົງ ຢ່າງຈົບງາມ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 74 |
![]() | ມື້ວານນີ້ | 95 |
![]() | ອາທິດນີ້ | 345 |
![]() | ເດືອນນີ້ | 2505 |
![]() | ທັງໝົດ | 214024 |