ເວລາ 8:30 ໂມງ ຂອງວັນທີ 29 ມິຖຸນາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທິມຮັບໃບຢັ້ງຢືນ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022. ພາຍໃຕ້ການເປັນປະທານ ຂອງ ສະຫາຍ ປອ ສົມນິດ ສິລິບຸນລ້ຽງ ກຳມະການປະຈຳພັກແຂວງ, ປະທານກວດກາພັກແຂວງ, ມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການພັກແຂວງ, ເລຂາໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຂົງເຂດພັກ-ພະນັກງານ ພ້ອມດ້ວຍສະມາຊິກພັກຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງ ໝົດ 23 ສະຫາຍ, ຍິງ 15 ສະຫາຍ.
ໃນພິທີດັ່ງກ່າວ ສະຫາຍ ແສງຄຳ ສຸວັນແດງ ຮອງເລຂາໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານບົດສະຫຼຸບຕີລາຄາ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2022 ແລະ ທິດທາງແຜນການ ປີ 2023, ເຊິ່ງໄດ້ຍົກໃຫ້ເຫັນຜົນງານ ແລະ ຄວາມເອົາໃຈໃສ່ຕໍ່ການປັບປຸງ, ກໍ່ສ້າງ ແລະ ຂະຫຍາຍສະມາຊິກພັກຕາມ 5 ຫຼັກການ 3 ທິດນຳຂອງພັກ ຕິດພັນກັບການສຶກສາອົບຮົມດ້ານການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຫ້າວຫັ້ນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ.
ໃນໂອກາດນີ້ ສະຫາຍ ປອ ສົມນິດ ສິລິບຸນລ້ຽງ ກຳມະການປະຈຳພັກແຂວງ, ປະທານກວດກາພັກແຂວງ ໄດ້ໃຫ້ກຽດຂື້ນມອບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ແກ່ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ພ້ອມທັງມີຄຳເຫັນໂອ້ລົມໃຫ້ທິດຊີ້ນຳຕໍ່ຄະນະໜ່ວຍພັກ, ສະມາຊິກພັກຄະນະໂຄສະນາອົບຮົມແຂວງ ສືບຕໍ່ຍົກສູງຄວາມເປັນແບບຢ່າງນຳໜ້າ, ຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນສຳຄັນ ເພື່ອແນ່ໃສ່ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ, ພ້ອມກັນສືບຕໍ່ຮັກສາມູນເຊື້ອສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມທັງສຸມໃສ່ແກ້ໄຂຂໍ້ຄົງຄ້າງ, ຕັ້ງໜ້າປະຕິບັດແຜນການຕ່າງໆທີ່ວາງໄວ້ໃນປີ 2023 ໃຫ້ໄດ້ຮັບຜົນສຳເລັດ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 4 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 3 |
![]() | ມື້ວານນີ້ | 101 |
![]() | ອາທິດນີ້ | 433 |
![]() | ເດືອນນີ້ | 1010 |
![]() | ທັງໝົດ | 244388 |