• ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມ ປ
  • ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມ ປ
  • ຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸ
  • ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວ
  • ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່
  • ແຂວງເຊກອງ ເປີດຊຸດຝຶກອົບຮົມການເມືອງ
ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມ ປະເມີນຜົນງານ 1 ປີ 2023

ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມ ປະເມີນຜົນງານ 1 ປີ 2023

      ເວລາ 13:30 ໂມງ ຂອງວັນທີ 13 ພະຈິກ 2023 ຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະ...
ຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸມປະເມີນຜົນງານຂອງພະນັກງານ-ລັດຖະກອນ ປະຈຳປີ 2023

ຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸມປະເມີນຜົນງານຂອງພະນັກງານ-ລັດຖະກອນ ປະຈຳປີ 2023

    ວັນທີ 24-25 ຕຸລາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມ ປະເມີນຜົນງານ ...
ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ ເຊກອງ  ປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ I

ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ ເຊກອງ ປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ I

         ວັນທີ 4 ຕຸລາ 2023 ໂຮງຮຽນການເມືອງ-ການປົກຄອງແຂວງ ເຊກອງ ໄດ້...
ແຂວງເຊກອງ ເປີດຊຸດຝຶກອົບຮົມການເມືອງ-ແນວຄິດ  ໃຫ້ຄູ-ອາຈານ ສອນວິຊາສັງຄົມ-ການເມືອງ.

ແຂວງເຊກອງ ເປີດຊຸດຝຶກອົບຮົມການເມືອງ-ແນວຄິດ ໃຫ້ຄູ-ອາຈານ ສອນວິຊາສັງຄົມ-ການເມືອງ.

       ວັນທີ 6-7 ກັນຍາ 2023 ຢູ່ຫ້ອງປະຊຸມຂອງພະແນກສຶກສາທິການ ແລະ ກິລາແຂວ...
Previous
Next

ຂ່າວໃໝ່

ຫົວໜ້າຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມກອງປະຊຸມ ວຽກງານການເມືອງ-ແນວຄິດ ທີ່ເມືອງດາກຈຶງ

       ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວເມືອງດາກຈຶງ ໄດ້ໄຂຂື້ນໃນເວລາ 8:00 ໂມງ ຂອງວັນທີ 6 ກໍລະກົດ 2023 ພາຍໃຕ້ການເຂົ້າຮ່ວມເປັນປະທານ ຂອງສະຫາຍ ໄລສວນ ມິດສຸວັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງດາກຈຶງ, ມີສະຫາຍ ນາງ ສິສະຫງ່າ ແກ້ວດວງດີ ກຳມະການພັກແຂວງ ຫົວໜ້າຄະນະໂສະນາອົບຮົມແຂວງ, ສະຫາຍ ເພັງນາ ຈັນທະພອນ ຮອງເລຂາພັກເມືອງ, ສະຫາຍ ອຸ່ນຄໍາ ຫລ້າທະຈັກ ຮອງເລຂາພັກເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາໜ່ວຍພັກສຳນັກງານ-ອົງການ, ຫົວຫນ້າລົງກໍ່ສ້າງຮາກຖານການເມືອງຂັ້ນເມືອງປະຈໍາບ້ານ, ພ້ອມດ້ວຍອາດີດພະນັກງານອາວຸໂສປະຕິວັດເຂົ້າຮ່ວມຢ່າງພ້ອມພຽງ.

       ໃນວາລະກອງປະຊຸມ ສະຫາຍ ຄຳສົງ ສອນທະວິສັກ ຮັກສາການຫົວໜ້າ ຄະນະໂຄສະນາອົບຮົມເມືອງ ໄດ້ຜ່ານບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດ ວຽກງານການເມືອງ-ແນວຄິດ ໄລຍະແຕ່ປີ 2016-2022 ແລະ ທິດທາງຮອດ ປີ 2025 ເຊິ່ງໄດ້ຍົກໃຫ້ເຫັນວ່າວຽກງານການເມືອງ-ແນວຄິດ ໄດ້ປະກອບສ່ວນສໍາຄັນ ເຮັດໃຫ້ປະເທດຊາດ ກໍຄືແຂວງເຊກອງພວກເຮົາ ມີສະຖຽນລະພາບທາງດ້ານການເມືອງ ທີ່ໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວ, ວັດທະນະທຳອັນດີງາມ ຂອງຊາດ, ຂອງເຜົ່າ ໄດ້ຮັບການອະນຸລັກ ຮັກສາ ແລະ ເສີມຂະຫຍາຍ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງໃຫ້ດີຂື້ນເທື່ອລະກ້າວ.

ໃນກອງປະຊຸມ ສະຫາຍ ໄລສວນ ມິດສຸວັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງດາກຈຶງ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນຄວາມເອົາໃຈໃສ່ຂອງຄະນະພັກ, ຄະນະນໍາແຕ່ລະຂັ້ນເປັນຕົ້ນທຸກຂະແຫນງການ ອົງການຈັດຕັ້ງພັກລັດແມ່ນຖືເອົາວຽກງານການເມືອງ-ແນວຄິດ ເປັນຫຼັກ ຖ້າວຽກງານການເມືອງ-ແນວຄິດ ບໍ່ໄປກ່ອນ ວຽກງານອື່ນກໍ່ຈະບໍ່ໄດ້ຮັບຜົນສໍາເລັດ, ພ້ອມທັງໄດ້ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງ ແລະ ຄະນະພັກທຸກຂັ້ນ ສືບຕໍ່ຈັດຕັ້ງເຜີຍແຜ່,​ ເຊື່ອມຊຶມບັນດາມະຕິຕ່າງໆ ຂອງຄະນະພັກແຕ່ລະຂັ້ນ ດ້ວຍຫລາຍແບບ ຫລາຍຮູບການ. ເອົາໃຈໃສ່ເກັບກໍາຫາງສຽງສັງຄົມ ໃຫ້ເລິກເຊິ່ງເຂັ້ມແຂງກວ່າເກົ່າ ເພື່ອສາມາດກໍາໄດ້ບັນຫາຕ່າງໆ ແລະ ສາມາດແກ້ໄຂໄດ້ຢ່າງທັນການ.

       ໂອກາດດັ່ງກ່າວ ສະຫາຍ ນາງ ສິສະຫງ່າ ແກ້ວດວງດີ ກຳມະການພັກແຂວງ ຫົວໜ້າຄະນະໂສະນາອົບຮົມແຂວງ ໄດ້ມີຄຳເຫັນຕໍ່ກອງປະຊຸມ ເຊິ່ງໄດ້ເນັ້ນໜັກເຖິງເນື້ອໃນ ແລະ ຈຸດປະສົງການເປີດກອງປະຊຸມ ເພື່ອແນ່ໃສ່ສ້າງຄວາມຮັບຮູ້-ຄວາມເຂົ້າໃຈ ເປັນເອກະພາບ ທາງດ້ານທັດສະນະເນື້ອໃນທີ່ສຳຄັນຕ່າງໆ, ຮຽກຮ້ອງມາຍັງຄະນະພັກ, ຄະນະນໍາ, ສະມາຊິກພັກແຕ່ລະສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ເປັນເຈົ້າການຈັດຕັ້ງປະຕິບັດວຽກງານທີ່ຕົນຮັບຜິດຊອບບົນຈິດໃຈ ຢຶດໝັ້ນທັດ ສະນະ, ແກ້ໄຂບັນຫາຂໍ້ຄົງຄ້າງຕ່າງໆ ໃນຄວາມຮັບຜິດຊອບຂອງແຕ່ລະພາກສ່ວນຂະແໜງການ ໂດຍສະເພາະແມ່ນເອົາໃຈ ໃສ່ແກ້ໄຂບັນດາແນວຄິດພະນັກງານ ທີ່ບໍ່ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ແລະ ມີແນວຄິດເຊື່ອມຖອຍດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຕັ້ງໜ້າປະຕິບັດໜ້າທີ່ການເມືອງຕາມຫຼັກການຂອງພັກ,​  ແນໃສ່ສ້າງການຫັນປ່ຽນ ໃໝ່ຢ່າງແຂງແຮງ.

 

ຄໍາເຫັນຂອງ ທ່ານ ດາວວີ ສວຍທະລັງສີ ຫົວໜ້າ ຄອຂ ຕໍ່ເວັບໄຊສ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 44 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເບີໂທສຸກເສີນ

ແຈ້ງ​ໄຟ​ໄໝ້ : 1190

   ຕຳຫຼວດ : 1191

ລົດ​ໂຮງໝໍ : 1195

​     ໄຟຟ້າ : 1199

  ນ້ຳ​ປະປາ : 1169

ໜ່ວຍກູ້​ໄພ : 1624

ຈຳນວນຄົນອອນໄລ໌ທ

ມີ 4  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

244382
ມື້ນີ້ມື້ນີ້98
ມື້ວານນີ້ມື້ວານນີ້90
ອາທິດນີ້ອາທິດນີ້427
ເດືອນນີ້ເດືອນນີ້1004
ທັງໝົດທັງໝົດ244382