• ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມ ປ
  • ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມ ປ
  • ຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸ
  • ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວ
  • ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່
  • ແຂວງເຊກອງ ເປີດຊຸດຝຶກອົບຮົມການເມືອງ
ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມ ປະເມີນຜົນງານ 1 ປີ 2023

ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມ ປະເມີນຜົນງານ 1 ປີ 2023

      ເວລາ 13:30 ໂມງ ຂອງວັນທີ 13 ພະຈິກ 2023 ຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະ...
ຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸມປະເມີນຜົນງານຂອງພະນັກງານ-ລັດຖະກອນ ປະຈຳປີ 2023

ຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸມປະເມີນຜົນງານຂອງພະນັກງານ-ລັດຖະກອນ ປະຈຳປີ 2023

    ວັນທີ 24-25 ຕຸລາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມ ປະເມີນຜົນງານ ...
ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ ເຊກອງ  ປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ I

ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ ເຊກອງ ປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ I

         ວັນທີ 4 ຕຸລາ 2023 ໂຮງຮຽນການເມືອງ-ການປົກຄອງແຂວງ ເຊກອງ ໄດ້...
ແຂວງເຊກອງ ເປີດຊຸດຝຶກອົບຮົມການເມືອງ-ແນວຄິດ  ໃຫ້ຄູ-ອາຈານ ສອນວິຊາສັງຄົມ-ການເມືອງ.

ແຂວງເຊກອງ ເປີດຊຸດຝຶກອົບຮົມການເມືອງ-ແນວຄິດ ໃຫ້ຄູ-ອາຈານ ສອນວິຊາສັງຄົມ-ການເມືອງ.

       ວັນທີ 6-7 ກັນຍາ 2023 ຢູ່ຫ້ອງປະຊຸມຂອງພະແນກສຶກສາທິການ ແລະ ກິລາແຂວ...
Previous
Next

ຂ່າວໃໝ່

ແຂວງເຊກອງ ເປີດຊຸດຝຶກອົບຮົມການເມືອງ-ແນວຄິດ ໃຫ້ຄູ-ອາຈານ ສອນວິຊາສັງຄົມ-ການເມືອງ.

       ວັນທີ 6-7 ກັນຍາ 2023 ຢູ່ຫ້ອງປະຊຸມຂອງພະແນກສຶກສາທິການ ແລະ ກິລາແຂວງ, ຄະນະໂຄສະນາອົບຮົມແຂວງໄດ້ເປີດຊຸດຝຶກອົບຮົມການເມືອງ-ແນວຄິດໃຫ້ຄູ-ອາຈານ ໂຮງຮຽນມັດທະຍົມອ້ອມຂ້າງແຂວງ, ໂຮງຮຽນມັດທະ ຍົມຢູ່ເມືອງລະມາມ ແລະ ໂຮງຮຽນມັດທະຍົມຢູ່ເມືອງທ່າແຕງ ທີ່ສອນວິຊາສັງຄົມ-ການເມືອງ. ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງມີທ່ານ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ບຸນເຫຼືອ ແກ້ວມະນີໄລ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍນັກສຳມະນາກອນເຂົ້າຮ່ວມ ທັງໝົດ 48 ທ່ານ, ຍິງ 17 ທ່ານ.

      ໃນພິທີດັ່ງກ່າວ ວິທະຍາກອນຈາກສູນກາງ ແລະ ວິທະຍາກອນຂັ້ນແຂວງ ໄດ້ຜ່ານ 6 ເອກະສານ ແລະ ສົນທະນາແລກປ່ຽນ-ຖອດຖອນບົດຮຽນ ກັບນັກສຳມະນາກອນ ກຽ່ວກັບເນື້ອໃນເອກະສານດັ່ງນີ້:

  1. ບົດທີ 1 ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ.
  2. ບົດທີ 2 ຊາດລາວ, ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີຂອງປະຊາຊົນ.
  3. ບົດທີ 3 ການສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນຕາມທິດສັງຄົມນິຍົມ.
  4. ບົດທີ 4 ແນວທາງນະໂຍບາຍການສຶກສາຂອງພັກ-ລັດເຮົາ.
  5. ບົດທີ 5 ພັດທະນາເສດຖະກິດ ຕິດພັນກັບການພັດທະນາວັດທະນະທຳ-ສັງຄົມ ແລະ ສິ່ງແວດລ້ອມ.
  6. ບົດທີ 6 ຈັນຍາບັນຄູ.

ເຊິ່ງການເປິດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຍົກລະດັບ ໃຫ້ຄູ-ອາຈານທີ່ສອນ ວິຊາສັງຄົມ-ການເມືອງ ມີຄວາມຮູ້, ຄວາມເຂົ້າໃຈ ຕໍ່ກັບວຽກງານການເມືອງ-ແນວຄິດ ຢ່າງເລິກເຊິ່ງເຖິງຖອງ ແລະ ສາມາດ ນຳໄປຈັດຕັ້ງປະຕິບັດເຂົ້າກັບການຮຽນໂດຍສະເພາະສຶກສາອົບຮົມການເມືອງ-ແນວຄິດ ໃຫ້ນັກຮຽນໃນຄວາມຮັບຜິດຊອບຂອງຕົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ.

ໃນໂອກາດນີ້ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄຳເຫັນໂອລົມ ພິທີຝຶກອົບຮົມຄັ້ງນີ້ມີຄວາມໝາຍຄວາມສຳຄັນເປັນການສ້າງເງື່ອນໄຂໃຫ້ ຄູ-ອາຈານໄດ້ມີໂອກາດຖອດຖອນບົດຮຽນເຊິ່ງກັນ ແລະ ກັນດ້ວຍລັກສະນະສ້າງສັນ ເຮັດໃຫ້ການຝຶກອົບຮົມດຳເນີນໄປດ້ວຍບັນຍາກາດຝົດຟື້ນ, ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບຂອງຄູຝຶກ ແລະ ນັກສຳມະນາກອນທີ່ໄດ້ມີສ່ວນຮ່ວມໃນການແລກປ່ຽນກ່ຽວກັບເນື້ອໃນຂອງບັນດາເອກະສານທີ່ໄດ້ນຳມາເຜີຍແຜ່. ພ້ອມນີ້ທ່ານຍັງໄດ້ເນັ້ນໜັກໃຫ້ນັກສຳມະນາກອນນຳເອົາບົດຮຽນຈາກການຝຶກອົບຮົມສຶບຕໍ່ຈັດຕັ້ງປະຕິບັດໃນວຽກງານຕົວຈິງຂອງຕົນເອງໃຫ້ເກີດດອກອອກຜົນ, ສືບຕໍ່ຜັນຂະຫຍາຍໃຫ້ຄູ-ອາຈານທີ່ບໍ່ໄດ້ເຂົ້້າຮ່ວມການຝຶກອົບຮົມໃນຄັ້ງນີ້, ນຳໄປຖ່າຍທອດຄວາມຮູ້ໃຫ້ແກ່ນ້ອງນັກຮຽນທີ່ຢູ່ໃນຄວາມຮັບຜິດ ຊອບ  ຂອງຕົນຢ່າງປະດິດສ້າງ ເພື່ອປູກຈິດສຳນຶກໃຫ້ເດັກມີນ້ຳໃຈຮັດຊາດ, ຮັກພໍ່-ແມ່, ຮັກທ່ານຜູ້ນໍາ. ເພາະການເຮັດວຽກງານການເມືອງ-ແນວຄິດ ເຮົາຈະບໍ່ສາມາດສ້າງຄວາມເຂົ້າໃຈກັບບຸກຄົນໃດໜຶ່ງໃນເວລາສັ່ນໆໄດ້ ສະນັ້ນການເຮັດວຽກງານການເມືອງ-ແນວຄິດແມ່ນຕ້ອງເຮັດຢ່າງຕໍ່ເນື່ອງ.

ຄໍາເຫັນຂອງ ທ່ານ ດາວວີ ສວຍທະລັງສີ ຫົວໜ້າ ຄອຂ ຕໍ່ເວັບໄຊສ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 44 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເບີໂທສຸກເສີນ

ແຈ້ງ​ໄຟ​ໄໝ້ : 1190

   ຕຳຫຼວດ : 1191

ລົດ​ໂຮງໝໍ : 1195

​     ໄຟຟ້າ : 1199

  ນ້ຳ​ປະປາ : 1169

ໜ່ວຍກູ້​ໄພ : 1624

ຈຳນວນຄົນອອນໄລ໌ທ

ມີ 11  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

244386
ມື້ນີ້ມື້ນີ້1
ມື້ວານນີ້ມື້ວານນີ້101
ອາທິດນີ້ອາທິດນີ້431
ເດືອນນີ້ເດືອນນີ້1008
ທັງໝົດທັງໝົດ244386