ວັນທີ 4 ຕຸລາ 2023 ໂຮງຮຽນການເມືອງ-ການປົກຄອງແຂວງ ເຊກອງ ໄດ້ຈັດພິທີ ປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ I ພາຍໃຕ້ການເຂົ້າຮ່ວມເປັນປະທານ ຂອງ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີກຳມະການພັກແຂວງ, ພະແນກການອ້ອມຂ້າງແຂວງ, ການນໍາຂອງ 4 ຕົວເມືອງ, ຫົວໜ້າໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ ສາລະວັນ, ຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ ອັດຕະປື, ຄະນະນຳຂອງໂຮງຮຽນ, ຄູ-ອາຈານ ພ້ອມດ້ວຍນັກສືກສາເຂົ້າຮ່ວມທັງໝົດ 120 ທ່ານ, ຍິງ 43 ທ່ານ.
ໃນພິທີດັ່ງກ່າວ ທ່ານ ຄຳເຂືອງ ໄຊຍະເສນ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ ໄດ້ລາຍງານຜົນສຳເລັດການຈັດຕັ້ງປະຕິບັດໂຄງການຫຼັກສູດ ການຮຽນ-ການສອນທິດສະດີການເມືອງຂັ້ນກາງ ຮຸ່ນທີ I ປີ 2023, ໃນຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ I ມີຈໍານວນນັກສຶກສາ 51 ທ່ານ, ຍິງ 10 ທ່ານ ທີ່ມາຈາກພະແນກການອ້ອມຂ້າງແຂວງ, ສອງກໍາລັງປະກອບອາວຸດ ແລະ 4 ຕົວເມືອງ, ຄູອາຈານຂຶ້ນຫ້ອງສິດສອນ 26 ທ່ານ, ຍິງ 6 ທ່ານ ໃນນັ້ນຄູຮັບເຊີນ 14 ທ່ານ, ຍິງ 2 ທ່ານ, ຄູ-ອາຈານພາຍໃນ ຮມປຂ ຈຳນວນ 12 ທ່ານ, ຍິງ 4 ທ່ານ, ການປະຕິບັດຫຼັກສູດການຮຽນ-ການສອນປະກອບມີ 8 ກຸ່ມວິຊາ, ມີຈຳນວນ 14 ວິຊາ, ມີ 84 ບົດ, ນຳໃຊ້ເວລາຮຽນທັ້ງໝົດ 626 ຊົ່ວໂມງ(ນັບທັງຫົວຂໍ້ລາຍງານເພີ່ມ). ຜ່ານການສຶກສາຮໍ່າຮຽນ ເຮັດໃຫ້ນັກສຶກສາເຂົ້າໃຈຢ່າງເລິກເຊິງ ກ່ຽວກັບແນວທາງ, ນະໂຍບາຍຂອງພັກ-ລັດວາງອອກ ເຊິ່ງມັນສະແດງອອກດັ່ງນີ້:
ຈໍານວນ 1 ທ່ານ.
94,11%, ເກຼດ ( ) ຈຳນວນ 3 ທ່ານ, ສະເລ່ຍ 5,98%.
ທ່ານ, ຍິງ 1 ທ່ານ, ສະເລ່ຍ 7,84%, ນັກສຶກສາຮຽນດີ-ຮຽນເກັ່ງ 2 ທ່ານ, ຍິງ 1 ທ່ານ, ສະເລ່ຍ 3,93%.
ໃນຕອນທ້າຍຂອງພິທີດັ່ງກ່າວ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫກຽດມອບໃບຢັ້ງຢືນການສຶກສາ ພ້ອມທັງໂອ້ລົມຕໍ່ພິທີ ທ່ານໄດ້ກ່າວຊົມເຊີຍຕໍ່ຜົນສຳເລັດ ຂອງນັກສຶກສາ ທີ່ໄດ້ສຳເລັດການສຶກສາຮໍ່າຮຽນ, ຕາມຫຼັກສູດການຮຽນ-ການສອນ ຕໍ່ຜົນສຳເລັດທີ່ຍາດມາໄດ້ນັ້ນ ແມ່ນເກີດຈາກຫຼາຍສາເຫດ, ແຕ່ປັດໄຈສຳຄັນ ແລະ ຕັດສິນແມ່ນຍ້ອນບັນດາສະຫາຍນັກສຶກສາ ໄດ້ມີຄວາມພະຍາຍາມບຸກບືນ ຜ່ານຜ່າອຸປະສັກ ດ້ວຍຄວາມຮັບຜິດຊອບສູງ ພ້ອມກັນນັ້ນຄະນະນຳ ຂອງໂຮງຮຽນກໍຄື ພະນັກງານຄູ-ອາຈານ ໄດ້ເອົາໃຈໃສ່ ບໍລິຫານຄຸ້ມຄອງ ຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ເຮັດໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ນັກສຶກສາຕ້ອງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ໃນທຸກດ້ານເພື່ອກຽມພ້ອມເປັນພະນັກງານນຳພາ-ຄຸ້ມຄອງທີ່ມີຄຸນນະພາບ, ນຳເອົາຄວາມຮູ້ທີ່ໄດ້ຮຽນມາຍັງໄປໝຸນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງ ໃຫ້ເກີດດອກອອກຜົນ ໃນກົມກອງ ແລະ ວຽກງານທີ່ຕົນຮັບຜິດຊອບ, ແຕ່ສຳຄັນແມ່ນໃຫ້ຖືເອົາທິດສະດີ, ແນວທາງເປັນທິດນຳ ແລະ ໝຸນໃຊ້ຢ່າງຖືກຕ້ອງສອດຄ່ອງກັບສະພາບການຕົວຈິງ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 3 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 3 |
![]() | ມື້ວານນີ້ | 101 |
![]() | ອາທິດນີ້ | 433 |
![]() | ເດືອນນີ້ | 1010 |
![]() | ທັງໝົດ | 244388 |