ຕອນເຊົ້າ ຂອງວັນທີ 8 ພະຈິກ 2023 ຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸມ ປະເມີນຜົນງານ 1 ປີ ຂອງພະນັກງານ-ລັດຖະກອນ ປະຈຳປີ 2023 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍ ຫົວໜ້າຂະແໜງ, ຮອງຂະແໜງ, ຕາງໜ້າອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ, ກຳມະບານ ເຂົ້າຮ່ວມທັງໝົດ 13 ທ່ານ, ຍິງ 7 ທ່ານ.
ໃນກອງປະຊຸມ ໄດ້ຜ່ານແຈ້ງການ ຂອງພະແນກພາຍໃນແຂວງເຊກອງ ສະບັບເລກທີ 56/ພນຂ.ຊກ, ລົງວັນທີ 5 ກັນຍາ 2023 ວ່າດ້ວຍການສະເໜີຍ້ອງຍໍ ປະຈຳປີ 2023 ແລະ ຜ່ານໃບເກັບກ່ຽວຜົນງານ 1 ປີ ຂອງພະນັກງານ-ລັດຖະກອນ ປະຈຳປີ 2023. ພ້ອມກັນນັ້ນໃນກອງປະຊຸມຍັງໄດ້ປະກອບຄຳເຫັນຕໍ່ການຕີລາຄາ, ຈັດປະເພດການສະ ເໜີຍ້ອງຍໍ, ໂດຍຍົກໃຫ້ເຫັນດ້ານດີ-ຂໍ້ຄົງຄ້າງໃນການປະຕິບັດໜ້າທີ່ວຽກງານ 1 ປີຜ່ານມາ ແລະ ເຫັນດີເປັນເອກະພາບ ໃນການຈັດປະເພດ ໃຫ້ແກ່ ພະນັກງານ-ລັດຖະກອນ ປະຈຳປີ 2023 ດັ່ງນີ້:
ຕອນທ້າຍ ຂອງກອງປະຊຸມ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດມີຄຳເຫັນຕໍ່ກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນກ່ຽວກັບຄວາມໝາຍຄວາມສຳຄັນການຄົ້ນຄວ້າເພື່ອສະເໜີຂັ້ນເທິ່ງປະຕິບັດຍ້ອງຍໍໃຫ້ແກ່ພະນັກງານ-ລັດຖະກອນທີ່ໄດ້ປະຕິບັດໜ້າທີ່ວຽກງານໃນໄລຍະ 1 ປີ. ພ້ອມທັງໄດ້ ຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ສືບຕໍ່ປະຕິບັດໜ້າທີ່ການເມືອງ ເພື່ອໃຫ້ພະນັກງານ-ລັດຖະກອນມີຄວາມເອກະພາບຕໍ່ຜົນການຄົ້ນຄວ້າ ແລະ ຈັດປະເພດຄັ້ງນີ້.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 1 |
![]() | ມື້ວານນີ້ | 101 |
![]() | ອາທິດນີ້ | 431 |
![]() | ເດືອນນີ້ | 1008 |
![]() | ທັງໝົດ | 244386 |