ຄະນະໂຄສະນາອົບຮົມແຂວງ ໄດ້ເປິດຝຶກອົບຮົມໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ I ປະຈຳປີ 2023 ໃນວັນທີ 7 ກໍລະກົດ 2023, ພາຍໃຕ້ການເປັນປະທານ ແລະ ຄູຝຶກຂອງ ສະຫາຍ ບຸນທັນ ແກ້ວມະນີໄລ ຄະນະໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ກາວິນ ແກ້ວຈັນທະວົງ ຫົວໜ້າຂະແໜງກໍ່ສ້າງພັກ ທີ່ມາຈາກ ຄະນະຈັດຕັ້ງແຂວງ ແລະ ມະຫາຊົນກ້າວໜ້າຈາກພະແນກການອ້ອມຂ້າງແຂວງ ເຂົ້່າຮ່ວມ ຈໍານວນ 38 ສະຫາຍ, ຍິງ 20 ສະຫາຍ.
ໃນວັນທີ 7 ກໍລະກົດ 2023 ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການພັກແຂວງ ຫົວໜ້າຄະນະໂຄ ສະນາອົບຮົມແຂວງ ພ້ອມດ້ວຍທິມງານ ລົງເຄື່ອນໄຫວ, ຊຸກຍູ້ວຽກງານໂຄສະນາ ກັບ ຄະນະໂຄສະນາອົບຮົມແມືອງດາກຈຶງ. ໂດຍມີ ທ່ານ ຄໍາສົງ ສອນທະວີສັກ ຮັກສາການ ຫົວໜ້າ ຄະນະໂຄສະນາອົບຮົມເມືອງດາກຈຶງ ພ້ອມດ້ວຍພະນັກງານພາຍໃນຄະນະໂຄສະນາອົບຮົມເມືອງເຂົ້າຮ່ວມ ຈໍານວນ 14 ທ່ານ, ຍິງ 10 ທ່ານ.
ເວລາ 8:30 ໂມງຂອງວັນທີ 13 ກໍລະກົດ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດປາຖາ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 114 ປີ (13/07/1909-13/07/2023) ແລະ ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 102 ປີ (01/07/1921-01/07/2023) ພາຍໃຕ້ການເຂົ້າຮ່ວມ ຂອງ ທ່ານ ແສງຄໍາ ສຸວັນແດງ ຮອງຫົວໜ້າ ຄະນະໂຄສະນາອົບົຮມແຂວງ , ທ່ານ ບຸນທັນ ແກ້ວມະນີໄລ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍພະນັກງານ-ລັດຖະ ກອນ ຂອງຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 14 ທ່ານ, ຍິງ 09 ທ່ານ.
ກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ) ຄະນະໂຄສະ ນາອົບຮົມແຂວງ ທົ່ວປະເທດ ປະຈຳໄຕມາດ II (4-5-6) ໄດ້ໄຂຂື້ນ ໃນເວລາ 8:30 ໂມງ ຂອງວັນທີ 26 ກໍລະກົດ 2023 ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົບສູນກາງພັກ ຜູ້ຊີ້ນຳວຽກງານກົມ ຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີຫົວໜ້າ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍພະນັກງານວິຊາການ ຜູ້ຮັບຜິດຊອບວຽກງານເວບໄຊສ ຂອງຄະນະໂຄສະນາອົບຮົມ 17 ແຂວງ ແລະ ນະຄອນຫຼວງເຂົ້າຮ່ວມ.
ວັນທີ 31 ກໍລະກົດ 2023 ເວລາ 8:00 ໂມງ ແຂວງເຊກອງ ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ຕິດພັນກັບການຜັນຂະຫຍາຍເນື້ອໃນກອງປະຊຸມກາງສະໄໝທີ X ຂອງອົງຄະນະພັກແຂວງ. ພາຍໃຕ້ການເປັນປະທານ ຂອງສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ໂດຍມີບັນດາຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ປະທານ-ຮອງປະທານ, ຄະນະປະຈຳສະພາປະຊາຊົນແຂວງ, ເລຂາພັກເມືອງ 4 ຕົວເມືອງ, ຫົວໜ້າ ແລະ ຮອງພະແນກການອ້ອມຂ້າງແຂວງ ແລະ ອົງການທຽບເທົ່າ ແລະ ລັັດວິສາຫະກິດເຂົ້າຮ່ວມທັງໝົດ 105 ສະຫາຍ, ຍິງ 15 ສະຫາຍ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 1 |
![]() | ມື້ວານນີ້ | 101 |
![]() | ອາທິດນີ້ | 431 |
![]() | ເດືອນນີ້ | 1008 |
![]() | ທັງໝົດ | 244386 |