ໃນຕອນເຊົ້າຂອງວັນທີ 27 ກັນຍາ 2022 ເວລາ 08:30 ໂມງ. ຄະນະບໍລິຫານງານຊາວໜຸ່ມ ແຂວງເຊກອງ ໄດ້ເຄື່ອນໄຫວພົບປະ ແລະ ເຮັດວຽກ ຮ່ວມກັບຄະນະໜ່ວຍຮາກຖານຊາວໜຸ່ມຄະນະໂຄສະອົບຮົມແຂວງເຊກອງ ໃຫ້ກຽດເຂົ້າຮ່ວມໃນຄັ້ງນີ້ມີ: ທ່ານ ແສງໂນພາ ມິກດາວົງ ຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ທ່ານ ບຸນທັນ ແກ້ວມະນີໄລ ຄະນະໂຄສະນາອົບຮົມ ແຂວງ.
ທ່ານ ແສງຄຳ ສຸວັນແດງ ຄະນະໂຄສະນາອົບຮົມແຂວງ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານເປີດກວ້າງກາງສະໄໝທີ VI ຂອງອົງຄະນະພັກເມືອງທ່າແຕງ, ເຊິ່ງໄດ້ໄຂຂຶ້ນໃນເວລາ 08:00 ໂມງ ເຊົ້າຂອງວັນທີ 20 ກັນຍາ 2022. ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ບຸນຮຽງ ບຸນຈິດ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ແລະ ທ່ານ ສົມເພັດ ເອີດລັດດາ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ເມືອງທ່າແຕງ ພ້ອມດ້ວຍບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ, 6 ເຂດຈຸດສຸມພັດທະນາ, ພະນັກງານອາວຸໂສບຳນານ ແລະ ເລຂາຄະນະພັກຮາກຖານ 47 ບ້ານພາຍໃນເມືອງທ່າແຕງເຂົ້າຮ່ວມ.
ໂອກາດເຂົ້າຮ່ວມກອງປະຊຸມ ສະຫຼຸບຕີລາຄາວຽກງານໂຄສະນາອົບຮົມ ທົ່ວເມືອງດາກຈຶງ ປະຈໍາປີ 2020ແລະ ທິດທາງແຜນການປີ 2021, ເຊິ່ງໄດ້ຈັດຂຶ້ນໃນວັນທີ 16 ມີນາ 2021 ທີ່ສະໂມສອນ ຫ້ອງວ່າການເມືອງ ດາກຈຶງ, ພາຍໃຕ້ການເປັນປະ ທານຂອງ ທ່ານ ແສນວັນ ເມີນທະນົງຮັກ ຫົວໜ້າໂຄສະນາອົບຮົມເມືອງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອຸ່ນຄໍາ ຫຼ້າທະຈັກ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ປະທານແນວລາວສ້າງຊາດເມືອງ, ມີຫົວໜ້າໂຄສະນາອົບຮົມເມືອງກະລຶມ, ບັນດາຫົວໜ້າ-ຮອງຫ້ອງການອ້ອມຂ້າງເມືອງ, ຕະຫຼອດຮອດເລຂາໜ່ວຍພັກ-ນາຍບ້ານເທດສະບານເຂົ້າຮ່ວມ
ໃນຕອນເຊົ້າວັນທີ 3 ມີນາ 2021 ທີ່ຫ້ອງປະຊຸມຊັ້ນ 3 ຕຶກຫ້ອງວ່າການແຂວງຫຼັງເກົ່າ, ໜ່ວຍສະຫະພັນແມ່ຍິຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີປາຖະກະຖາ ຫວນຄືນມູນເຊື້ອວັນແມ່ຍິງສາກົນຄົບຮອບ 111 ປີ (8 ມີນາ 1910 - 8 ມີນາ 2021), ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການພັກແຂວງ ເລຂາໜ່ວຍພັກ ຫົວ ໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍພະນັກງານ ລັດຖະກອນ ທັງຍິງ ແລະ ຊາຍ ພາຍໃນກົມກອງເຂົ້າຮ່ວມ;
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 5 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 6 |
![]() | ມື້ວານນີ້ | 101 |
![]() | ອາທິດນີ້ | 436 |
![]() | ເດືອນນີ້ | 1013 |
![]() | ທັງໝົດ | 244391 |