ພິທີປະກາດເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ ແລະ ຮັບຮອງນາມມະຍົດໜ່ວຍພັກ "ປອດໃສ, ເຂັ້ມແຂງ, ໜັກແໜ້ນ" ສະໄໝທີ I ປະຈໍາປີ 2019.
ຕອນເຊົ້າວັນທີ 21/2/2020 ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການຫຼັງເກົ່າ ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີປະກາດ ເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ແລະ ຮັບຮອງນາມມະຍົດໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ສະໄໝທີ I ປະຈໍາປີ 2019 ຂຶ້ນຢ່າງເປັນທາງການ, ໂດຍການໃຫ້ກຽດ ເຂົ້າຮ່ວມເປັນປະທານ ແລະ ມີຄໍາເຫັນໂອ້ລົມຕໍ່ພິທີຂອງສະຫາຍ ດາວວີ ສວຍທະລັງສີ ກໍາມະການພັກແຂວງ, ເລຂາໜ່ວຍພັກ-ຫົວໜ້າຄະນະໂຄສະນາອົບ ຮົມແຂວງ, ມີແຂກ ຖືກເຊີນມາຈາກ ຫ້ອງວ່າການແຂວງ, ຄະນະຈັດຕັ້ງແຂວງ ແລະພະແນກການຕ່າງປະເທດ ພ້ອມດ້ວຍ ສະມາຊິກພັກ, ພະນັກງານລັດຖະກອນທັງໝົດ ພາຍໃນຄະນະໂຄສະນາ ອົບຮົມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ; ພິທີໄດ້ດໍາ ເນີນໄປສອງວາລະຄືລຸ່ມນີ້:
ກອງປະຊຸມໃຫຍ່ ສະມາຊິກພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ຄັ້ງທີ V ສໍາເລັດລົງຢ່າງຈົບງາມ
ໃນຕອນເຊົ້າວັນທີ 7/2/2020 ທີ່ຫ້ອງປະຊຸມຊັ້ນ 3 (ຫ້ອງວ່າການຫຼັງເກົ່າ) ກອງປະຊຸມໃຫຍ່ ສະມາຊິກພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ຄັ້ງທີ V ໄດ້ດໍາເນີນຢ່າງ ເປັນທາງການ ພາຍໃຕ້ການເປັນປະທານ, ກ່າວໄຂ ແລະ ກ່າວອັດ ຂອງສະຫາຍ ດາວວີ ສວຍທະລັງສີ ກໍາມະການພັກແຂວງ, ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມ ແຂວງ ແລະ ເປັນກຽດເຂົ້າຮ່ວມຂອງສະຫາຍ ປ.ອ ຄໍາພຽມ ບົວລະພາ ຮອງເລຂາພັກແຂວງ; ພ້ອມດ້ວຍແຂກຖືກເຊີນ ຈາກອົງການຈັດຕັ້ງພາຄີກຸ່ມພັກ ພະນັກງານບໍານານ ຕະຫຼອດຮອດ ສະມາຊິກພັກສົມບູນ-ສໍາຮອງ ພາຍໃນໜ່ວຍເຂົ້າຮ່ວມທັງໝົດ 25 ສະຫາຍ, ຍິງ 12 ສະຫາຍ, ສະມາຊິກພັກສໍາຮອງ 1 ສະຫາຍ; ແຂກຖືກເຊີນ 7 ສະຫາຍ ຍິງ 2 ສະຫາຍພະນັກງານບໍານານ 2 ສະຫາຍ, ຜູ້ແທນສົມບບູນ(ສະມາຊິກພັກສົມບູນ) 16 ສະຫາຍ, ຍິງ 8 ສະຫາຍ.
ຕອນເຊົ້າວັນທີ 25/11/2019 ຜ່ານມາທ່ານ ດາວວີ ສວຍທະລັງສີ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂພເມກ ວິໄລສັກ ຫົວໜ້າ ບັນນາທິການວາລະສານ "ໂຄສະນາ" ພ້ອມດ້ວຍຄະນະ ໃນໂອກາດທີ່ມາເຄື່ອນໄຫວ ເຮັດວຽກຢູ່ ແຂວງເຊກອງ.
ກ່ອນອື່ນ, ທ່ານຫົວໜ້າ ຄະນະໂຄສະນາອົບຮົມແຂວງ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ທີ່ຄະນະບັນນາທິການວາ ລະສານ "ໂຄສະນາ" ມາເຄື່ອນໄຫວເຮັດວຽກ ຢູ່ແຂວງເຊກອງ, ຂະນະດຽວກັນ ທ່ານ ບ.ກ ວາລະສານ "ໂຄສະນາ" ກໍສະແດງ ຄວາມຂອບໃຈ ທີ່ຄະນະໂຄສະນາອົບຮົມແຂວງ ໃຫ້ການຕ້ອນຮັບຮັບຢ່າງອົບອຸ່ນ ແລະ ໃຫ້ການຮ່ວມມືເປັນຢ່າງດີ, ພ້ອມທັງ ແຈ້ງຈຸດປະສົງການມາເຮັດວຽກຄັ້ງນີ້ ແມ່ນເກັບກໍາຂໍ້ມູນກ່ຽວກັບ ຜົນສໍາເລັດການປະຕິບັດແຜນພັດທະນາ ເສດຖະກິດ - ສັງຄົມ ຂອງທ້ອງຖິ່ນ ການດໍາເນີນກອງປະຊຸມໃຫຍ່ຂອງພັກ 3 ຂັ້ນ, ຄອບຄົວຕົວແບບ ດ້ານການປູກ-ການລ້ຽງ ຢູ່ເມືອງດາກ ຈຶງ ແລະ ເມືອງທ່າແຕງ ເພື່ອເປັນຂໍ້ມູນໃຫ້ແກ່ ການຂຽນບົດ-ຂຽນຂ່າວ ລົງໂຄສະນາ ຜ່ານໜ້າວາລະ ສານ ບົນພື້ນຖານນັ້ນ ກໍແນໃສ່ປຸກລະດົມທົ່ວປວງຊົນ ເຂົ້າຮ່ວມປະຕິບັດ ໃຫ້ເກີດໝາກຜົນຕົວຈິງ; ລໍາດັບຕໍ່ມາ ທ່ານຫົວໜ້າ ຄະນະໂຄສະນາອົບ ຮົມແຂວງ ກໍນໍາພາຄະນະ ບ.ກ ເຂົ້າຢ້ຽມຂໍ່ານັບ ແລະ ສໍາພາດ ທ່ານ ປ.ອ ຄໍາພຽມ ບົວລະພາ ຮອງເລຂາພັກແຂວງ ຜູ້ຊີ້ນໍາ ວຽກພັກ - ພະນັກງານ, ເຊິ່ງທ່ານຮອງເລຂາພັກແຂວງ ກໍໃຫ້ການຮ່ວມມືຢ່າງໜັກແໜ້ນ.
ຕໍ່ຈາກນັ້ນ, ກໍໄດ້ນໍາພາຄະນະ ເດີນທາງໄປເມືອງດາກຈຶງ ແລະ ເມືອງທ່າແຕງ ເພື່ອສືບຕໍ່ປະຕິບັດໜ້າທີ່ວຽກງານ ໃຫ້ສໍາ ເລັດຕາມຈຸດປະສົງຄາດໝາຍ ທີ່ກໍານົດໄວ້.
ໃນຕອນເຊົ້າວັນທີ 4/12/2019 ທີ່ສະໂມສອນໃຫຍ່ແຂວງເຊກອງ ໄດ້ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 44 ປີ (2/12/1975- 2/12/2019) ໃຫ້ກຽດ ປາຖະກະຖາໂດຍ: ສະຫາຍ ດາວວີ ສວຍທະລັງສີ ກໍາມະການພັກແຂວງ, ເລຂາໜ່ວຍພັກຮາກຖານ - ຫົວໜ້າຄະນະໂຄສະນາອົບຮົມແຂວງ; ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ອະດີດຜູ້ ນໍາທີ່ຍິ່ງໃຫຍ່ ແລະ ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 99 ປີ (13/12/1920 - 13/12/2019) ໃຫ້ກຽດປາຖະ ກະຖາໂດຍ: ສະຫາຍ ແສງຄໍາ ສຸວັນແດງ ຄະນະໜ່ວຍພັກຮາກຖານ - ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ; ມີຄະນະ ພັກຄະນະພະແນກ, ນາຍທະຫານ ແລະ ນາຍຕໍາຫຼວດ, ຕະຫຼອດຮອດພະນັກງານ ນໍາພາ-ຄຸ້ມຄອງ ຂອງອົງການຈັດຕັ້ງທຸກ ພາກສ່ວນອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງ.
ຈຸດປະສົງ ກໍເພື່ອໃຫ້ຜູ້ເຂົ້າຮ່ວມ ໄດ້ຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ມູນເຊື້ອຄວາມເປັນມາ, ຄວາມໝາຍສໍາຄັນຂອງ ວັນທີ 2 ທັນວາ ປີ1975, ຜົນສໍາເລັດໃນການປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 44 ປີ; ຄຸນງາມ ຄວາມດີ ວິລະກໍາອັນລໍ້າເລີດ ແລະ ຜົນງານອັນໃຫຍ່ຫຼວງຮອບດ້ານທີ່ປະທານ ໄກສອນ ພົມວິຫານ ພ້ອມດ້ວຍບັນດາທ່ານ ຜູ້ນໍາຮຸ່ນທໍາອິດ ໄດ້ສ້າງໄວ້, ເຊິ່ງຍາມໃດກໍຍັງເປັນແວ່ນແຍງອັນໃສແຈ້ງ ໃຫ້ພວກເຮົາຄົນຮຸ່ນສືບທອດ ຕ້ອງອອກແຮງທະນຸ ບໍາລຸງ ເພີ່ມພູນຄູນສ້າງ ດ້ວຍກຽດສັກສີຂອງຕົນ, ພ້ອມກັນຮໍ່າຮຽນເອົາແບບຢ່າງ ຄຸນສົມບັດສິນທໍາປະຕິວັດ ຂອງພວກເພິ່ນ ໄປຜັນຂະຫຍາຍເຂົ້າໃສ່ ການປະຕິບັດໜ້າທີ່ວຽກງານອັນສູງສົ່ງທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້ ໃຫ້ບັນລຸຜົນສໍາເລັດ ຢ່າງມີໄຊສະຫງ່າງາມ.
ຕອນເຊົ້າວັນທີ 29 ຕຸລາ 2019 ຄະນະໂຄສະນາອົບຮົມແຂວງເຊກອງ ໄດ້ຈັດຕັ້ງປາຖະກະຖາ ຫວນຄືນມູນເຊື້ອ 3 ວັນ ປະຫວັດສາດ ສໍາຄັນຂອງຊາດ-ຂອງພັກ ຂຶ້ນທີ່ຫ້ອງປະຊຸມ ຂອງກົມກອງຕົນເອງ ເຂົ້າຮ່ວມຮັບຟັງມີ ທ່ານ ແສງຄໍາ ສຸວັນ ແດງ ຄະນະໜ່ວຍພັກຮາກຖານ ພ້ອມດ້ວຍບັນດາທ່ານ ຮອງຄະ ນະໂຄສະນາອົບຮົມແຂວງ; ຕະຫຼອດຮອດສະມາຊິກພັກ, ພະນັກງານລັດຖະກອນ ພາຍໃນຄະນະໂຄສະ ນາອົບຮົມແຂວງ ເຂົ້າຮ່ວມຮັບຟັງ.
ສໍາລັບເນື້ອໃນທີ່ນໍາມາ ຈັດຕັ້ງເຊື່ອມຊຶມໃນຄັ້ງນີ້ມີຄື: ວັນສ້າງຕັ້ງການທູດລາວ ຄົບຮອບ 74 ປີ (12/10/1945 - 2/9/2019) ໃຫ້ກຽດປາຖະກະຖາໂດຍ: ທ່ານ ເສົາພະຫັນ ຄໍາສົງກາ ຫົວໜ້າຫ້ອງການບໍລິຫານ, ວັນປະກາດເອກະລາດ 12 ຕຸລາ ຄົບຮອບ 74 ປີ (12/10/1945 - 9/9/2019) ໃຫ້ກຽດປາຖະກະຖາໂດຍ: ທ່ານ ນ. ຈັນສະໄໝ ວິໄລສານ ຮອງຄະນະໂຄສະນາອົບຮົມແຂວງ, ເອກະສານ ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 32 ປີ ແລະ ຄົບຮອບ 16 ປີ (17/10/1987 - 17/10/2019 ແລະ 17 ເຖິງວັນທີ 24/10/2003 – 17 ເຖິງວັນທີ 24/10/2019) ໃຫ້ກຽດປາຖະກະ ຖາ ໂດຍ: ທ່ານ ນ. ກົມມະລີ ສຸລິໂຍສັກ ຫົວໜ້າຂະແໜງ ຄົ້ນຄວ້າ-ສັງລວມ; ຈຸດປະສົງ ກໍເພື່ອສຶກສາອົບຮົມ ການເມືອງ - ແນວຄິດ ໃຫ້ສະມາຊິກພັກ, ພະນັກງານລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕື່ມ ອີກ ຕໍ່ກັບມູນເຊື້ອ ຄວາມໝາຍ ຄວາມສໍາຄັນ ຂອງວັນປະຫວັດສາດເຫຼົ່ານັ້ນ, ເພື່ອນໍາໄປເປັນບົດຮຽນ ຜັນຂະຫຍາຍເຂົ້າ ໃສ່ ການປະຕິບັດ ໜ້າທີ່ວຽກງານອັນສູງສົ່ງ ແລະ ມີກຽດສະຫງ່າ ທີ່ໄດ້ຮັບມອບໝາຍ ໃຫ້ບັນລຸຜົນສໍາເລັດ ຕາມຄາດໝາຍ ຫຼື ມີບາງດ້ານລື່ນຄາດໝາຍ ກໍຍິ່ງດີ.
ໃນຕອນທ້າຍພິທີ ທ່ານ ແສງຄໍາ ສຸວັນແດງ ຄະນະໜ່ວຍພັກຮາກຖານ ຮອງຫົວໜ້າຄະນະໂຄ ສະນາອົບຮົມແຂວງ ກໍໄດ້ໃຫ້ກຽດ ມີຄໍາເຫັນໂອ້ລົມ ເພື່ອຊີ້ທິດເຍືອງທາງໃຫ້ຜູ້ເຂົ້າຮ່ວມ, ໂດຍສະ ເພາະ ແມ່ນພະນັກງານຮຸ່ນສືບທອດ ຍິ່ງຕ້ອງໄດ້ ດຸໝັ່ນ ອອກແຮງຝຶກຝົນຕົນເອງ ຢ່າງເປັນປະຈໍາ ເປັນຕົ້ນວ່າ: ດ້ານທ່າທີ ອິລິຍະບົດຕ່າງໆ ຕ້ອງໃຫ້ສະຫງ່າຜ່າເຜີຍ, ການ ເວົ້າຈາ ກໍຕ້ອງຄ່ອງແຄ້ວ ຫຼ່ຽນໄຫຼ, ສໍານຽງສຽງເວົ້າ ການໃຊ້ສັບພາສາ ກໍຕ້ອງຈະແຈ້ງ ຊັດເຈນ ຟັງເຂົ້າໃຈງ່າຍ ແລະ ໄດ້ ຄວາມໝາຍເລິກເຊິ່ງ...
ພິທີໄດ້ດໍາເນີນແຕ່ເວລາ 8:00 ນາທີ ຈົນເຖິງເວລາ 10:30 ນາທີ ກໍສໍາເລັດລົງດ້ວຍໝາກຜົນອັນຈົບງາມ ຕາມຈຸດປະສົງ ຄາດໝາຍ ທີ່ວາງໃວ້ທຸກປະການ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 5 |
![]() | ມື້ວານນີ້ | 101 |
![]() | ອາທິດນີ້ | 435 |
![]() | ເດືອນນີ້ | 1012 |
![]() | ທັງໝົດ | 244390 |