ໃນຕອນເຊົ້າ ຂອງວັນທີ 12 ກັນຍາ 2023 ເວລາ 8:30 ໂມງ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດເຂົ້້າຮ່ວມເປັນປະທານ ໃນພິທີ ເປີດຊຸດຮຽນທິດສະດີການເມືອງລະບົບຂັ້ນຕົ້ນ ຮຸ່ນທີ II ປະຈຳປີ 2023 ເຊິ່ງໄດ້ຈັດຂື້ນຢູ່ທີ່ ຫ້ອງປະຊຸມຊັ້ນ II ຂອງໂຮງຮຽນການເມືອງ-ການປົກຄອງແຂວງເຊກອງ, ເຊິ່ງມີຄະນະອຳນວຍການ ພ້ອມດ້ວຍຄູ-ອາຈານ ຂອງໂຮງຮຽນການເມືອງ-ການປົກຄອງແຂວງ, ບັນດາທ່ານຄະນະພະແນກການທີ່ກ່ຽວຂ້ອງ, ນັກສຶກສາທິດສະດີການເມືອງລະບົບຂັ້ນຕົ້ນ ຮຸ່ນທີ II ເຂົ້້າຮ່ວມທັງໝົດ 73 ທ່ານດ ຍິງ 31 ທ່ານ.
ວັນທີ 6-7 ກັນຍາ 2023 ຢູ່ຫ້ອງປະຊຸມຂອງພະແນກສຶກສາທິການ ແລະ ກິລາແຂວງ, ຄະນະໂຄສະນາອົບຮົມແຂວງໄດ້ເປີດຊຸດຝຶກອົບຮົມການເມືອງ-ແນວຄິດໃຫ້ຄູ-ອາຈານ ໂຮງຮຽນມັດທະຍົມອ້ອມຂ້າງແຂວງ, ໂຮງຮຽນມັດທະ ຍົມຢູ່ເມືອງລະມາມ ແລະ ໂຮງຮຽນມັດທະຍົມຢູ່ເມືອງທ່າແຕງ ທີ່ສອນວິຊາສັງຄົມ-ການເມືອງ. ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງມີທ່ານ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ບຸນເຫຼືອ ແກ້ວມະນີໄລ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍນັກສຳມະນາກອນເຂົ້າຮ່ວມ ທັງໝົດ 48 ທ່ານ, ຍິງ 17 ທ່ານ.
ຕອນເຊົ້າຂອງວັນທີ 17 ສິງຫາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ເຊື່ອມຊຶມຜັນຂະຫຍາຍ ເນື້ອໃນກອງປະຊຸມຄົບຄະນະກາງສະໄໝທີ X ຂອງຄະນະບໍລິຫານງານພັກແຂວງ ແລະ ປາຖະກະຖາ ເລົ່າມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 73 ປີ (13 ສິງຫາ 1950-13 ສິງຫາ 2023), ວັນຍຶດອຳນາດທົ່ວປະເທດ ສປປ ລາວ ຄົບຮອບ 78 ປີ (23 ສິງຫາ 1945-23 ສິງຫາ 2023) ແລະ ຄົບຮອບ 48 ປີ (23 ສິງຫາ 1975-23 ສິງຫາ 2023) ເພື່ອສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຊິ່ງມີຜູ້ ເຂົ້າຮ່ວມທັງໝົດ 23 ທ່ານ, ຍິງ 15 ທ່ານ.
ເວລາ 8:30 ໂມງ ຂອງວັນທີ 29 ມິຖຸນາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທິມຮັບໃບຢັ້ງຢືນ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022. ພາຍໃຕ້ການເປັນປະທານ ຂອງ ສະຫາຍ ປອ ສົມນິດ ສິລິບຸນລ້ຽງ ກຳມະການປະຈຳພັກແຂວງ, ປະທານກວດກາພັກແຂວງ, ມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການພັກແຂວງ, ເລຂາໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຂົງເຂດພັກ-ພະນັກງານ ພ້ອມດ້ວຍສະມາຊິກພັກຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງ ໝົດ 23 ສະຫາຍ, ຍິງ 15 ສະຫາຍ.
ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວເມືອງດາກຈຶງ ໄດ້ໄຂຂື້ນໃນເວລາ 8:00 ໂມງ ຂອງວັນທີ 6 ກໍລະກົດ 2023 ພາຍໃຕ້ການເຂົ້າຮ່ວມເປັນປະທານ ຂອງສະຫາຍ ໄລສວນ ມິດສຸວັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງດາກຈຶງ, ມີສະຫາຍ ນາງ ສິສະຫງ່າ ແກ້ວດວງດີ ກຳມະການພັກແຂວງ ຫົວໜ້າຄະນະໂສະນາອົບຮົມແຂວງ, ສະຫາຍ ເພັງນາ ຈັນທະພອນ ຮອງເລຂາພັກເມືອງ, ສະຫາຍ ອຸ່ນຄໍາ ຫລ້າທະຈັກ ຮອງເລຂາພັກເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາໜ່ວຍພັກສຳນັກງານ-ອົງການ, ຫົວຫນ້າລົງກໍ່ສ້າງຮາກຖານການເມືອງຂັ້ນເມືອງປະຈໍາບ້ານ, ພ້ອມດ້ວຍອາດີດພະນັກງານອາວຸໂສປະຕິວັດເຂົ້າຮ່ວມຢ່າງພ້ອມພຽງ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 0 |
![]() | ມື້ວານນີ້ | 101 |
![]() | ອາທິດນີ້ | 430 |
![]() | ເດືອນນີ້ | 1007 |
![]() | ທັງໝົດ | 244385 |