ຮອງເລຂາພັກແຂວງ ພ້ອມດ້ວຍຄະນະໂຄສະນາອົບຮົມແຂວງ ແລະ ເມືອງ ຕອນຮັບ ທ່ານ ຄຳພັນ ເຜີຍຍະວົງ ພ້ອມຄະນະ ທີ່ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງເຊກອງ

      ຕອນເຊົ້າຂອງ ວັນທີ 13 ມັງກອນ 2023 ທ່ານ ນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ພ້ອມດ້ວຍ ຄະນະໂຄສະນາອົບຮົມແຂວງ, ຫ້ອງວ່າການແຂວງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ແລະ ພະນັກງານລັດຖະກອນຂອງຄະນະໂຄສະນາອົບຮົມແຂວງ ຕ້ອນຮັບການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຂອງ ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສູນກາງພັກ ພ້ອມຄະນະທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ.

     ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລາຍງານການເຄື່ອນໄຫວວຽກງານໂຄສະນາອົບຮົມ ໃນໄລຍະຜ່ານມາເຊິງມີຜົນສຳເລັດໃນຫລາຍດ້ານເປັນຕົ້ນການເປັນເສນາທິການ ທາງດ້ານການເມືອງ-ແນວຄິດໃຫ້ຄະນະພັກດ້ວຍການ ເຜີຍແຜ່ເຊື່ອມຊືມ, ຜັນຂະຫຍາຍມະຕິ, ຄຳສັ່ງ, ກົດລະບຽບພັກ ແລະ ວາລະແຫ່ງຊາດ. ເປັນເຈົ້າການຄົ້ນຄວ້າ-ປັບປຸງດ້ານເນື້ອໃນເອກະສານ,  ໂຄສະນາປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ ແລະ ສາກົນແຕ່ລະຄັ້ງໃຫ້ສອດຄອງກັບຜົນງານຂອງແຂວງ ແຕ່ລະໄລຍະຕິດພັນກັນ. ເອົາໃຈໃສ່ເກັບກຳຫາງສຽງສັງຄົມ ພ້ອມສ້າງເອກະສານອະທິບາຍຊີ້ແຈງ ຕອບແກ້ບາງບັນຫາ, ຫາງສຽງທີ່ມີເນື້ອໃນບິດເບືອນ ຂໍ້ມູນທີ່ບໍ່ຖືກຕ້ອງ ໃສ່ຮ້າຍປ້າຍສີການຈັດຕັ້ງ ແລະ ບຸກຄົ້ນ, ຝຶກອົບຮົມວຽກງານ ຄົ້ນຄວ້າສັງລວມເກັບກຳຫາງສຽງສັງຄົມໃຫ້ເພື່ອນຮ່ວມງານຢູ່ຂັ້ນເມືອງ.

      ໃນໂອກາດດັ່ງກ່າວກອງປະຊຸມໄດ້ແລກປ່ຽນບົດຮຽນການເຄື່ອນໄຫວວຽກງານໂຄສະນາອົບຮົມ ແລະ ທ້າຍກອງປະຊຸມ ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ມີຄຳເຫັນໂອລົມ ໄດ້ເນັ້ນໜັກການປັບປຸງ  ກົງຈັກການຈັດຕັ້ງໃຫ້ເປັນລະບົບ, ການໂຄສະນາໃຫ້ມີຫລາຍຮູບຫລາຍສີຕິດພັນກັບການໃຊ້ເຕັກໂນໂລຊີ ແລະ ສື່ອອນລາຍຕ່າງໆ, ພ້ອມທັງປັບປຸງເນື້ອໃນປາຖະກະຖາໃຫ້ສອດຄອງກັບສະພາບຄວາມເປັນຈິງຂອງທ້ອງຖິ່ນຮາກຖານ, ເອົາໃຈໃສ່ການເກັບກຳສະພາບຫ່າງສຽງສັງຄົມໃຫ້ລະອຽດເລິກເຊິງເພື່ອເຮັດໃຫ້ວຽກງານໂຄສະນາໂດດເດັ່ນ ແລະ ມີຜົນສຳເລັດຕໍ່ເນືອງ